ກອງປະຊຸມທົ່ວປະເທດຄົ້ນຄວ້າ, ຮ່ຳຮຽນ, ຊາບຊຶມ ແລະ ຜັນຂະຫຍາຍການປະຕິບັດມະຕິເລກທີ 79 ແລະ ມະຕິເລກທີ 80 ຂອງກົມການເມືອງ
25/02/2026 09:15
(VOVWORLD) - ກອງປະຊຸມໄດ້ຈັດຂຶ້ນແບບເຊິ່ງໜ້າຢູ່ຫ້ອງປະຊຸມ ຢ້ຽນຮົ່ງ, ຫໍສະພາແຫ່ງຊາດ, ເຊື່ອມຕໍ່ທາງໄກກັບ 27.248 ສະຖານທີ່ຢູ່ສູນກາງ, ບັນດາແຂວງ, ນະຄອນ, ຕາແສງ…

ຕອນເຊົ້າວັນທີ 25 ກຸມພາ, ຢູ່ ຮ່າໂນ້ຍ, ຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ໄດ້ຈັດກອງປະຊຸມທົ່ວປະເທດຄົ້ນຄວ້າ, ຮ່ຳຮຽນ, ຊາບຊຶມ ແລະ ຜັນຂະຫຍາຍການປະຕິບັດມະຕິເລກທີ 79 ຂອງກົມການເມືອງ ວ່າດ້ວຍການພັດທະນາເສດຖະກິດພາກລັດ ແລະ ມະຕິເລກທີ 80 ຂອງກົມການເມືອງ ວ່າດ້ວຍການພັດທະນາວັດທະນະທຳ ຫວຽດນາມ. ທ່ານ ໂລເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມ. ພ້ອມກັນເຂົ້າຮ່ວມມີ ທ່ານ ເລືອງເກື່ອງ, ປະທານປະເທດ; ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ; ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ແລະ ທ່ານ ເຈິ່ນເກີມຕູ, ຄະນະເລຂາທິການສູນກາງ. ກອງປະຊຸມໄດ້ຈັດຂຶ້ນແບບເຊິ່ງໜ້າຢູ່ຫ້ອງປະຊຸມ ຢ້ຽນຮົ່ງ, ຫໍສະພາແຫ່ງຊາດ, ເຊື່ອມຕໍ່ທາງໄກກັບ 27.248 ສະຖານທີ່ຢູ່ສູນກາງ, ບັນດາແຂວງ, ນະຄອນ, ຕາແສງ… ກ່ຽວກັບມະຕິເລກທີ 79, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ ໃນຊຸມປີມໍ່ໆມານີ້, ເສດຖະກິດພາກລັດ ພ້ອມກັບເສດຖະກິດພາກເອກະຊົນ ໄດ້ສ້າງເປັນ 2 ເສົາຄ້ຳສຳຄັນຂອງພື້ນຖານເສດຖະກິດຕະຫຼາດ
TAG
VOV/VOVworld/ເສດຖະກິດ/ເອກະຊົນ/ພັດທະນາ
Related





