VOV WorldVOV World
ລາຍ​ການ “ບຸນ​ເຕັດ​ເພື່ອ​ຄົນ​ທຸກ​ຍາກ” ປີ 2023
10/12/2022 08:08
(VOVWORLD) - ຄາດວ່າ, ຄະນະຈັດຕັ້ງຈະກະກຽມຂອງຂວັນປະມານ 500 ພູດເພື່ອມອບໃຫ້ບັນດາເປົ້າໝາຍນະໂຍບາຍ, ຄອບຄົວ ປະສົບກັບຄວາມຫຍຸ້ງຍາກ.
ລາຍ​ການ “ບຸນ​ເຕັດ​ເພື່ອ​ຄົນ​ທຸກ​ຍາກ” ປີ 2023

(ພາບ: Lê Phú/TTXVN)

ວັນທີ 9 ທັນວາ, ຄະນະຄຸ້ມຄອງບ້ານວັດທະນະທຳ-ທ່ອງທ່ຽວບັນດາຊົນເຜົ່າຫວຽດນາມ ໃຫ້ຮູ້ວ່າ: ເພື່ອຕອ້ນຮັບບຸນເຕັດປີແມວ 2023, ຢູ່ນີ້ຈະຈັດລາຍການ“ບຸນເຕັດເພື່ອຄົນທຸກຍາກ” ປີ 2023. ຜ່ານນັ້ນ, ຄະນະຈັດຕັ້ງໄດ້ຮຽກຮ້ອງການປະກອບສ່ວນຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນ ແນໃສ່ກໍ່ສ້າງເຮືອນແຫ່ງສາຍຈິດສາຍໃຈ 10 ຫຼັງມອບໃຫ້ ປຊຊ ບັນດາເຜົ່າຜູ້ປະສົບກັບຄວາມຫຍຸ້ງຍາກ, ຄອບຄົວນະໂຍບາຍແຂວງ ກອນຕຸມ. ໃນລາຍການຈະມີງານບຸນຕັ້ງຕົ້ນໄຊຍະພຶກບຸນເຕັດ, ການຫໍ່ເຂົ້າຕົ້ມ. ຄາດວ່າ, ຄະນະຈັດຕັ້ງຈະກະກຽມຂອງຂວັນປະມານ 500 ພູດເພື່ອມອບໃຫ້ບັນດາເປົ້າໝາຍນະໂຍບາຍ, ຄອບຄົວ ປະສົບກັບຄວາມຫຍຸ້ງຍາກ.

TAG
VOV/VOVworld/ລາຍ​ການ “ບຸນ​ເຕັດ​ເພື່ອ​ຄົນ​ທຸກ​ຍາກ” ປີ 2023/ຕົ້ນໄຊຍະພຶກບຸນເຕັດ/ການຫໍ່ເຂົ້າຕົ້ມ.