ລາວ ເປັນເຈົ້າພາບຈັດກອງປະຊຸມເຈົ້າຄອງບັນດານະຄອນທ່ອງທ່ຽວຢູ່ລຸ່ມແມ່ນໍ້າຂອງ
03/10/2019 11:46
(VOVWORLD) -ໜັງສືພິມ ວຽງຈັນທາມ ໄດ້ໃຫ້ຂ່າວວ່າ ໃນລະຫວ່່າງວັນທີ 12 – 15 ຕຸລາຢູ່ນະຄອນຫຼວງວຽງຈັນ, ປະເທດລາວ ຈະຈັດຕ້ັງກອງປະຊຸມເຈົ້າຄອງບັນດານະຄອນທ່ອງທ່ຽວຢູ່ລຸ່ມແມ່ນໍ້າຂອງປີ 2019 ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງບັນດານະຄອນ ຂອງ ກໍາປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ.

ເຂົ້າຮ່ວມກອງປະຊຸມ ຈະມີບັນດາການນໍາບັນດານະຄອນຄື ນະຄອນໂຮ່ຈີມິນຂອງ ຫວຽດນາມ, ນະຄອນພະນົມເປັນ ຂອງ ກໍາປູເຈຍ, ນະຄອນ Yangon ຂອງ ມຽນມາ, ນະຄອນຫຼວງ ບາງກອກ ປະເທດໄທ ແລະ ນະຄອນຫຼວງວຽງຈັນ. ຈຸດສຸມຂອງກອງປະຊຸມຄັ້ງນີ້ ແມ່ນປຶກສາຫາລືກ່ຽວກັບບັນດາມາດຕະການເພື່ອແນໃສ່່ປົວແປງ ແລະ ຍົກລະດັບບັນດາຜະລິດຕະພັນທ່ອງທ່ຽວ ແລະ ການບໍລິການ, ກໍຄືສ້າງກໍາລັງດູດດື່ມຂອງບັນດານະຄອນ ຢູ່ເຂດລຸ້ມແມ່ນໍ້າຂອງ ເພື່ອດຶງດູດແຂກທ່ອງທ່ຽວໃນພາກພື້ນ ແລະ ໃນໂລກ.
TAG
VOV/VOVworld/ອອກພັນສາ/ບຸນຊ່ວງເຮືອ/ທ່ອງທ່ຽວ/ແມ່ນໍ້າຂອງ
Related





