ທ່ານ Vladimir Putin ປະທານາທິບໍດີລັດເຊຍ (ພາບ: TTXVN)

ໃນຈົດໝາຍອວຍພອນນັກສຶກສາ ມະຫາວິທະຍາໄລການທະຫານ ແລະ ວິທະຍາຄານແຫ່ງຕ່າງໆຂອງກະຊວງປ້ອງກັນປະເທດ ລັດເຊຍທີ່ຮຽນຈົບໃນວັນທີ 9 ພຶດສະພາ, ທ່ານ Vladimir Putin ໃຫ້ຮູ້ວ່າ ການປັບປຸງບັນດາກຳລັງປະກອບອາວຸດສະຫະພັນລັດເຊຍຈະສືບຕໍ່ໄດ້ຮັບການປະຕິບັດ. ກອງທັບຈະໄດ້ຮັບການປະກອບດ້ວຍບັນດາລະບົບອາວຸດທີ່ມີຄວາມແມ່ນຍຳສູງ ແລະ ເໜືອສຽງຍຸດທະສາດແບບທີ່ບໍ່ເຄີຍມີມາກ່ອນ.