ເມື່ອຕອບສຳພາດຕໍ່ວົງການສື່ມວນຊົນ ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ເລມິງຮຶງ ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48 ຢູ່ Cebu (ຟີລິບປິນ) ແຕ່ວັນທີ 07 – 8 ພຶດສະພາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ດັ້ງຮວ່າງຢາງ ໃຫ້ຮູ້ວ່າ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48 ໄດ້ປະສົບຜົນສຳເລັດຢ່າງຈົບງາມ ດ້ວຍຫຼາຍໝາກຜົນທີ່ສຳຄັນ ແລະ ແທດຈິງ. ບັນດາການນຳ ອາຊຽນ ກໍບັນລຸໄດ້ຄວາມເຫັນດີເຫັນພ້ອມຢ່າງສູງກ່ຽວກັບຫຼາຍມາດຕະການຮັບມືຢ່າງຮອບດ້ານ ແລະ ກວມລວມ, ໃນໄລຍະສັ້ນ ກໍຄືໃນໄລຍະຍາວ, ໃນທຸກເສົາຄ້ຳ, ນັບແຕ່ດ້ານການເມືອງ - ຄວາມໝັ້ນຄົງ, ເສດຖະກິດ ຕະຫຼອດຮອດ ວັດທະນະທຳ - ສັງຄົມ ແລະ ຮັບປະກັນຄວາມສະຫງົບ, ປອດໄພໃຫ້ແກ່ປະຊາຊົນ ອາຊຽນ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ດັ້ງຮວ່າງຢາງ ຢືນຢັນວ່າ:
“ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ເຂົ້າຮ່ວມກອງປະຊຸມ ອາຊຽນ ດ້ວຍຖານະເປັນນາຍົກລັດຖະມົນຕີ ຫວຽດນາມ ເປັນຄັ້ງທຳອິດ. ທ່ານນາຍົກລັດຖະມົນຕີ ໄດ້ວາງອອກຫຼາຍຂໍ້ສະເໜີ, ຂໍ້ລິເລີ່ມຂອງ ຫວຽດນາມ ເພື່ອປະກອບສ່ວນເຂົ້າໃນບັນດາມາດຕະການລວມຂອງ ອາຊຽນ. ບັນດາປະເທດກໍມີຄວາມເຫັນດີເຫັນພ້ອມຕໍ່ຂໍ້ສະເໜີຂອງ ຫວຽດນາມ ທີ່ກ່ຽວຂ້ອງເຖິງການປະຕິບັດຄຳໝັ້ນສັນຍາກ່ຽວກັບຄວາມໝັ້ນຄົງດ້ານພະລັງງານ, ນ້ຳມັນອາຍແກັດ ແລະ ນ້ຳມັນເຊື້ອໄຟ; ປະຕິບັດຄຳໝັ້ນສັນຍາກ່ຽວກັບການຊຸກຍູ້ການຄ້າພາຍໃນກຸ່ມ, ຍົກເລີກຮົ້ວກີດຂວາງດ້ານການຄ້າໃນ ອາຊຽນ ກໍຄື ເປີດກວ້າງການພົວພັນການຕ່າງປະເທດຂອງ ອາຊຽນ ກັບບັນດາຄູ່ຮ່ວມມື”.
ໃນການພົບປະສອງຝ່າຍຢູ່ນອກກອງປະຊຸມ ກໍໄດ້ສົ່ງສານກ່ຽວກັບປະເທດ ຫວຽດນາມ ທີ່ຂະຫຍັນຂັນເຄື່ອນ, ນະວັດຕະກຳ, ເຊື່ອມໂຍງ ແລະ ບືນຕົວຂຶ້ນຢ່າງແຮງ, ເປີດອອກບັນດາປະຖົມປັດໄຈທີ່ສະດວກນຳສາຍພົວພັນ ຫວຽດນາມ ກັບບັນດາຄູ່ຮ່ວມມືພັດທະນາກວ່າອີກໃນໄລຍະຈະມາເຖິງ.





