ໂດຍໄດ້ຮັບການກໍ່ສ້າງຂຶ້ນນັບແຕ່ປີ 1889, ຕະຫຼາດ ດົ່ງຊວັນ ເມື່ອຫາກໍ່ໄດ້ຮັບການກໍ່ສ້າງຂຶ້ນ, ໄດ້ກາຍເປັນສູນການຄ້າໃຫຍ່ທີ່ສຸດທາງພາກເໜືອ ຫວຽດນາມ. ພາຍຫຼັງໄດ້ປັບປຸງ, ສ້ອມແປງ, ຍົກລະດັບເປັນຫຼາຍເທື່ອ, ປະຈຸບັນ, ຕະຫຼາດ ດົ່ງຊວັນ ມີ 3 ຊັ້ນ. ຕະຫຼາດ ດົ່ງຊວັນ ໃນມື້ນີ້ ແມ່ນເຂດແລກປ່ຽນຄ້າຂາຍທີ່ຄັບຄາໜາແໜ້ນ ກໍ່ຄືເປັນສະຖານທີ່ຢ້ຽມຊົມວັດທະນະທຳ, ປະຫວັດສາດທີ່ມີຊື່ສຽງຢູ່ນະຄອນຫຼວງ ຮ່າໂນ້ຍ. ທ່ານ ຫງວຽນຊອງຕຸ່ງ, ປະທານສະພາບໍລິຫານບໍລິສັດຫຸ້ນສ່ວນ ດົ່ງຊັວນ, ຫົວໜ່ວຍຄຸ້ມຄອງຕະຫຼາດ ດົ່ງຊວັນ ໃຫ້ຮູ້ວ່າ:
ບໍລິສັດ ດົ່ງຊວັນ ໄດ້ສຸມໃສ່ພັດທະນາຄຸນຄ່າຂອງຕະຫຼາດ ດົ່ງຊວັນ ຕິດພັນກັບການພັດທະນາວັດທະນະທຳ, ການຄ້າ, ການບໍລິການ. ພວກຂ້າພະເຈົ້າສືບຕໍ່ລົງທຶນ, ປັບແປງ, ຍົກລະດັບຕະຫຼາດໃຫ້ນັບມື້ນັບໃຫຍ່ໂຕສວຍງາມກວ່າ, ຕອບສະໜອງຄວາມຕ້ອງການພັດທະນາໃນໄລຍະທີ່ຈະມາເຖິງຂອງນະຄອນຫຼວງ ຮ່າໂນ້ຍ, ຮັບໃຊ້ແຂກທ່ອງທ່ຽວເປັນຢ່າງດີກວ່າ, ຮັກສາການເຄື່ອນໄຫວດຳເນີນທຸລະກິດຂອງຕະຫຼາດທີ່ເປັນມູນເຊື້ອ. ຕະຫຼາດ ດົ່ງຊວັນ ແມ່ນຈຸດວັດທະນະທຳທີ່ເປັນມູນເຊື້ອມາແຕ່ດົນນານ, ຊ່ວຍໃຫ້ ຕະຫຼາດ ດົ່ງຊວັນ ຕ່າງກັບຕະຫຼາດແຫ່ງອື່ນໆຂອງ ຮ່າໂນ້ຍ.
ປະຈຸບັນ, ຕະຫຼາດ ດົ່ງຊວັນ ແມ່ນຮູບແບບເສດຖະກິດທີ່ພົ້ນເດັ່ນຂອງຕາແສງ ຮວ່ານກຽມ, ນະຄອນ ຮ່າໂນ້ຍ. ຕະຫຼາດ ດົ່ງຊວັນ ປະຈຸບັນມີກ່ວາ 2.000 ຄອບຄົວດຳເນີນທຸລະກິດ, ຄ້າຂາຍທຸກປະເພດສິນຄ້າທີ່ຈຳເປັນ, ບັນດາເຄື່ອງຂອງທີ່ລະນຶກ, ຂອງຂວັນ ຂອງຕ້ອນ… ປ້າ ເລທິກີມຢູງ ແມ່ຄ້າດຳເນີນທຸລະກິດຢູ່ ຕະຫຼາດ ດົ່ງຊວັນ ໃຫ້ຮູ້ວ່າ:
ຂ້າພະເຈົ້າໄດ້ຂາຍເຄື່ອງສິລະປະຫັດຖະກຳຢູ່ຕະຫຼາດແຫ່ງນີ້. ແຂກມາຊື້ເຄື່ອງຢູ່ຕະຫຼາດ ດົ່ງຊວັນ ແມ່ນຫຼາຍທີ່ສຸດ, ມີທັງແຂກທ່ອງທ່ຽວ ແລະ ຊື້ໄປຂາຍຕໍ່. ປຊຊ ທຳການຄ້າຂາຍຢູ່ຕະຫຼາດແຫ່ງນີ້ມີຄວາມພາກພູມໃຈເມື່ອໄດ້ທຳມາຫາກິນຢູ່ນິ້.
ເຂດຕະຫຼາດ ດົ່ງຊວັນ-ບັກກວາ ໄດ້ຮັບການຄັດເລືອກແມ່ນເຂດໃຈກາງຂອງງານບູນອອກແບບປະດິດຄິດສ້າງ ຮ່າໂນ້ຍ ປີ 2026 ຊື່ງຈະຖືກຈັດຂຶ້ນໃນເດືອນພະຈິກ ປີ 2026 ນີ້. ໂດຍໄດ້ຫັນປ່ຽນຈາກເຂດຕະຫຼາດທີ່ເປັນມູນເຊື້ອ ກາຍເປັນເຂດຕະຫຼາດເສດຖະກິດປະດິດຄິດສ້າງໃນຍຸກສະໄໝໃໝ່. ທ່ານ ດ່າວດິນຝູ ພໍ່ຄ້າໄດ້ດຳເນີນທຸລະກິດຢູ່ຕະຫຼາດ ດົ່ງຊວັນ ໃຫ້ຮູ້ວ່າ:
ຕະຫຼາດ ດົ່ງຊວັນ ນັບມື້ນັບມີຄວາມເປັນລະບຽບຮຽບຮ້ອຍ, ສວຍງາມ, ສະອາດ. ປະຈຸບັນ, ຈຳນວນບັນດາຄອບຄົວທັງໝົດທີ່ດຳເນີນທຸລະກິດຢູ່ຕະຫຼາດແຫ່ງນີ້ແມ່ນຫຼາຍທີ່ສຸດ ຊື່ງໄດ້ຂາຍຫຼາກຫຼາຍປະເພດສິນຄ້າ ແລະ ມີຈຸດພິເສດສະເພາະຂອງບັນດາເຂດ, ພາກ, ເຂດບ້ານນາຂອງຜູ້ທີ່ມາກໍ່ຮ່າງສ້າງຕົວຢູ່ທີ່ນີ້. ດັ່ງນັ້ນ, ຕະຫຼາດ ດົ່ງຊວັນ ນັບມື້ນັບໄດ້ຮັບການພັດທະນາທັງດ້ານວັດທະນະທຳ ກໍ່ຄືດ້ານການຄ້າ.
ຕະຫຼາດ ດົ່ງຊວັນ ໄດ້ສ້າງຮູບແບບ “ຕະຫຼາດ ບໍ່ມີຂີ້ເຫຍື້ອ” ຊື່ງໄດ້ສ້າງເປັນເຂດຕະຫຼາດທັນສະໄໝ, ສີວິໄລ ແລະ ເປັນມິດກັບສິ່ງແວດລ້ອມ, ໃນນັ້ນໄດ້ເອົາໃຈໃສ່ເປັນພິເສດຕໍ່ການຈັດແບ່ງປະເພດຂີ້ເຫຍືຶ້ອນັບແຕ່ຫົວທີ. ຄະນະຄຸ້ມຄອງຕະຫຼາດ ດົ່ງຊວັນ ຍັງໄດ້ປຸກລະດົມຂະບວນການ “ຮ້ານຂາຍສິນຄ້າສະອາດ-ເປັນລະບຽບຮຽບຮ້ອຍ” ເພື່ອແນໃສ່ສົ່ງເສີມບັນດາຄອບຄົວດຳເນີນທຸລະກິດ ຮັກສາຮ້ານຂາຍເຄື່ອງເປັນລະບຽບຮຽບຮ້ອຍ, ຈຳກັດການໃຊ້ຖົງຢາງນີລົງ ແລະ ຖົງປລາສະຕິກໃຊ້ເທື່ອດຽວ. ລູກຄ້າຜູ້ໜຶ່ງມາຊື້ເຄື່ອງຢູ່ ຕະຫຼາດ ດົ່ງຊວັນ ສະແດງຄວາມຮູ້ສຶກວ່າ:
ບັນດາຮ້ານຂາຍເຄື່ອງຢູ່ຕະຫຼາດໄດ້ຈັດສັນຢ່າງມີວິທະຍາສາດ ແລະ ບັນດາປະເພດສິນຄ້າໄດ້ຕິດລາຄາຢ່າງຈະແຈ້ງ, ມີຄຸນນະພາບດີ. ນັ້ນແມ່ນການປ່ຽນແປງໃໝ່ທີ່ດີທີ່ສຸດຂອງຕະຫຼາດ ດົ່ງຊວັນ ສະຫງວນໃຫ້ແກ່ຜູ້ບໍລິໂພກນະຄອນຫຼວງ ເວົ້າສະເພາະ ແລະ ທົ່ວປະເທດ ເວົ້າລວມ. ຂ້າພະເຈົ້າມີຄວາມພຶງພໍໃຈຕໍ່ກັບການຮັບໃຊ້ຂອງຜູ້ຂາຍເຄື່ອງກໍ່ຄືພາລະກອນຂອງ ຕະຫຼາດ ດົ່ງຊວັນ. ເຂົາເຈົ້າໄດ້ໃຫ້ຄຳປຶກສາຢ່າງສຸດຈິດສຸດໃຈກ່ຽວກັບບັນດາຜະລິດຕະພັນ, ລາຄາກໍ່ເໝາະສົມ ແລະ ໄດ້ຕິດປະກາດຢ່າງຈະແຈ້ງ.
ປະຫວັດສາດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງຕະຫຼາດ ດົ່ງຊວັນ ໄດ້ຕິດພັນກັບຄວາມຊົງຈຳ ຮ່າໂນ້ຍ. ຕະຫຼາດ ດົ່ງຊວັນ ໄດ້ກາຍເປັນ “ຫົວໃຈແຫ່ງຄວາມປະດິດຄິດສ້າງ” ຂອງນະຄອນຫຼວງ ຮ່າໂນ້ຍ, ແຫ່ງທີ່ອະດີດຕະການ ແລະ ປະຈຸບັນ ໄດ້ພົບປະແລກປ່ຽນກັນ./.








