ວັນ​ທີ 05 ພຶດ​ສະ​ພາ, ລັດ​ເຊຍ ໄດ້​ຈັດ​ພ​ິ​ທີ​ສະ​ເຫຼີມ​ສະຫຼອງວັນ​ໄຊ​ຊະ​ນະ​ໃນ​ສົງ​ຄາມ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ອັນ​ຍິ່ງ​ໃຫຍ່ ຄົບ​ຮອບ 81 ປີ, ດ້ວຍ​ເຫດ​ການ​ຈຸດ​ສຸມ​ແມ່ນ​ພິ​ທີ​​ສວນ​ສະ​ໜາມ​ຢູ່​ຈະ​ຕຸ​ລັດ​ແດງ, ນະ​ຄອນຫຼວງ ມົດ​ສະ​ກູ. ພິ​ທີ​​ສວນ​ສະ​ໜາມ​ປີ​ນີ້​ບໍ່​​ມີ​ການ​ສະ​ແດງກຳລັງ​ອາ​ວຸດ​ຍຸດ​ທະພັນ​ການ​ທະ​ຫານ​ຢູ່​​ໜ້າ​ດິນ.

​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ພ້ອມ​ດ້ວຍ​ບັນ​ດາ​ນັກ​ຮົບ​ເກົ່າ, ແຂກ​ຖືກ​ເຊີນ ແລະ ການ​ນຳ​ຕ່າງ​ປະ​ເທດ ໄດ້​ຕິດ​ຕາມ​ພິ​ທີ​​ສວນ​ສະ​ໜາມ​ດັ່ງ​ກ່າວ​ຢູ່​ຈະ​ຕຸ​ລັດ​ແດງ. ພິ​ທີ​ເດີນ​ສວນ​ສະ​ໜາມ​ວັນ​ໄຊ​ຊະ​ນະ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເຫດ​ການ​ສຳ​ຄັນ​ທີ່​ສຸດ​ຢູ່ ລັດ​ເຊຍ ແນ​ໃສ່​ຫວນ​ຄືນ​ໄຊ​ຊະ​ນະ​ຂອງ​ໂຊ​ຫວຽດ​ເກົ່າ ຕໍ່ ຟາດ​ຊິດ ເຢຍ​ລະ​ມັນ ໃນ​ສັງ​ຄາມ​ໂລກ​ຄ​ັ້ງ​ທີ 2.

​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງວັນ​ໄຊ​ຊະ​ນ​ກໍ​ໄດ້​ດຳ​ເນີນ​ໃນ​ທົ່ວ​ໂລກ​ນັບ​ແຕ່ ອາ​ເມ​ລິ​ກາ, ເອີ​ຣົບ ຕະຫຼອດ​ຮອດ ອາ​ຊີ, ອາ​ຟະ​ລິ​ກາ, ຕາ​ເວັນ​ອອກ​ກາງ. ​