ໃນ​ງານ​ວາງ​ສະ​ແດງ​ອຸດ​ສ​າ​ຫະ​ກຳ​ປ​້ອງ​ກັນ​ຊາດ ແລະ ການ​ບິນ​ອາ​ວະ​ກາດ​ສາ​ກົນ (SAHA 2026) ທີ່​ໄດ້​ດຳ​ເນີນ​ຢູ່ Istanbul (ຕວັກ​ກີ), ບໍ​ລິ​ສັດ​ໃຫຍ່​ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຢີ​ສູງ Viettel (Viettel High Tech) ໄດ້ແນະ​ນຳ​ລະ​ບົບ​ນິ​ເວດ​ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ​ສູງ 73 ຜະ​ລິດ​ຕະ​ພັນ​ ນອນ​ໃນ 8 ຂົງ​ເຂດຫຼັກ, ຜ່ານ​ນັ້ນ ແນະ​ນຳ​ພື້ນ​ຖານ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ ຫວຽດ​ນາມ ສູ່​ສາ​ກົນ. SAHA 2026 ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເຫດ​ການ​ປ້ອງ​ກັນ​ຊາດ, ການ​ບິນ​ອາ​ວະ​ກາດ ແລະ ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ໃຫຍ່​ສຸດ​ຢູ່​ພາກ​ພື້ນ ອາ​ຊີ - ເອີ​ຣົບ ໄດ້​ເຕົ້າ​ໂຮມ​ວິ​ສາ​ຫະ​ກິດກວ່າ 1700 ແຫ່ງ ທີ່​ມາ​ຈາກ 120 ປະ​ເທດ, ລວມ​ມີ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ປ້ອງ​ກັນ​ຊາດ​ໃຫຍ່, ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ແລະ ການ​ທະ​ຫານ (ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ອົງ​ການ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ຂອງ​ບັນ​ດາ​ປະ​ເທດ), ສູນ​ຄົ້ນ​ຄວ້າ ແລະ ພັດ​ທະ​ນາ.

Viettel ຕາງ​ໜ້າໃຫ້ ຫວຽດ​ນາມ ເຂົ້າ​ຮ່ວມ​ເຫດ​ການ ແລະ ມີ​ຮ້ານ​ວາງ​ສະ​ແດງ​ຢູ່​ເຂດ​​ວາງ​ສະ​ແດ​ງ​ບັນ​ດາ​ປະ​ເທດ Hall 1, ທາງ​ຂ້າງ​ແມ່ນ​ຮ້ານ​ວາງ​ສະ​ແດງ​ຂອງ​ບັນ​ດາ​ປະ​ເທດ​ຢູ່ ອາ​ຊີ​ຕາ​ເວັນ​ຕົກ ແລະ ຕາ​ເວັນ​ອ​ອກ​ກາງ ຄື: UAE, ສະ​ໂລ​ວາ​ກີ, ອາ​ເຊັກ​ໄບ​ຢານ ພ້ອມ​ດ້ວຍ​ບັນ​ດາ​ເຄື່ອງ​ໝາຍ​ການ​ຄ້າ​ແຖວ​ໜ້າ​ໂລກ​ຄື: Roketsan (ຕວັກ​ກີ), Edge Group (UAE), Leonardo (ອ​ີ​ຕາ​ລີ), Airbus.