ລັດເຊຍຕີລາຄາສູງແງ່ຫວັງການເຈລະຈາລະຫວ່າງ ກຸ່ມ P5+1 ແລະ ອີຣານ
18/10/2013 12:13
(vovworld)- ການເຈລະຈາທີ່ຫາກໍຖືກດຳເນີນຢູ່ເຊີແນວປະເທດສະວິດລະຫວ່າງ ກຸ່ມ P5+1 ແລະ ອີຣານ ກ່ຽວກັບໂຄງການນິວເຄຼຍຂອງອີຣານ ແມ່ນມີແງ່ຫວັງດີ
ໂຄສົກກະຊວງການຕ່າງປະເທດລັດເຊຍ ທ່ານ Alexander Lukashevich (ພາບ: http://www.vietnamplus.vn ) (vovworld)- ວັນທີ 17 /10, ໂຄສົກກະຊວງການຕ່າງປະເທດລັດເຊຍ ທ່ານ Alexander Lukashevich ຖືວ່າ ການເຈລະຈາທີ່ຫາກໍຖືກດຳເນີນຢູ່ເຊີແນວປະເທດສະວິດລະຫວ່າງ ກຸ່ມ P5+1 ແລະ ອີຣານ ກ່ຽວກັບໂຄງການນິວເຄຼຍຂອງອີຣານ ແມ່ນມີແງ່ຫວັງດີ. ກ່າວຄຳເຫັນທີ່ການປະຊຸມຂ່າວປະຈຳອາທິດ, ໂຄສົກກະຊວງການຕ່າງປະເທດລັດເຊຍ ທ່ານ Alexander Lukashevich ຖືວ່າ ບັນດາຂໍ້ສະເໜີໃໝ່ຂອງອີຣານ ອາດຈະຊຸກຍູ້ການເຈລະຈາໃຫ້ບັນລຸຄວາມຄືບໜ້າດີ ແລະ ນີ້ເປັນພະຍານຫຼັກຖານທີ່ສະແດງໃຫ້ເຫັນວ່າ ອີຣານຫວັງມີການແກ້ໄຂບັນດາບັນຫາທີ່ ກຸ່ມ P5+1 ແລະ ອີຣານ ມີຄວາມສົນໃຈ. ຕາມໂຄສົກກະຊວງການຕ່າງປະເທດລັດເຊຍ ທ່ານ Alexander Lukashevich ແລ້ວ, ການເຈລະຈາຮອບຕໍ່ໄປ ຄາດວ່າຈະດຳເນີນໃນລະຫວ່າງວັນທີ 7-8/11ທີ່ຈະເຖິງຢູ່ເຊີແນວປະເທດສະວິດ.
TAG
vovworld/vov/ລັດເຊຍຕີລາຄາສູງແງ່ຫວັງການເຈລະຈາລະຫວ່າງ ກຸ່ມ P5+1 ແລະ ອີຣານ
Related





