ລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາຢ້ຽມຢາມກຳປູເຈຍ
26/01/2016 08:12
(vovworld) - ຕອນຄ່ຳວັນທີ 25/01, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ John Kerry ໄດ້ເດີນມາງໄປຍັງນະຄອນຫລວງ ພະນົມເປັນ ປະເທດກຳປູເຈຍ, ເລີ່ມຕົ້ນການຢ້ຽມຢາມ ກຳປູເຈຍ

(ທ່ານລັດຖະມົນຕີວ່າການກະຊວງການ ຕ່າງປະເທດ ອາເມລິກາ John Kerry) (vovworld) - ຕອນຄ່ຳວັນທີ 25/01, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ John Kerry ໄດ້ເດີນມາງໄປຍັງນະຄອນຫລວງ ພະນົມເປັນ ປະເທດກຳປູເຈຍ, ເລີ່ມຕົ້ນການຢ້ຽມຢາມ ກຳປູເຈຍ ເປັນເວລາ 2 ວັນ ເພື່ອແນໃສ່ເພີ່ມທະວີການພົວພັນ ແລະ ການຮ່ວມມື 2 ຝ່າຍ. ຄາດຄະເນວ່າ: ທ່ານ John Kerry ຈະມີການພົບປະເຈລະຈາກັບທ່ານຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດ ກຳປູເຈຍ Hor Namhong ແລະ ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ Hun Sen ຕາມພິທີການທູດ. ຕາມແຈ້ງການຂອງກະຊວງການຕ່າງປະເທດ ອາເມລິກາ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ John Kerry ຈະປຶກສາຫາລືກ່ຽວກັບການຮ່ວມມື 2 ຝ່າຍ ແລະ ກອງປະຊຸມຂັ້ນສູງພິເສດລະຫວ່າງ ອາເມລິກາ ແລະ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຈະມາເຖິງຢູ່ Sunnylands, ລັດ ກາລີຟໍເນຍ, ອາເມລິກາ, ພ້ອມກັບບັນດາບັນຫາເສດຖະກິດ ແລະ ສະພາບການດ້ານການເມືອງ. ພາຍຫລັງການຢ້ຽມຢາມ ລາວ ເຊິ່ງແມ່ນປະເທດທີ່ພວມເປັນປະທານອາຊຽນຜັດປ່ຽນກັນ, ທ່ານ John Kerry ຈຶ່ງເດີນທາງໄປຢ້ຽມຢາມ ກຳປູເຈຍ.
TAG
vov/vovworld/ກຳປູເຈຍ
Related





