NATO ສຸມໃສ່ເພີ່ມທະວີຄວາມສາມາດປ້ອງກັນຕົວ ແລະ ຂົມຂູ່
20/01/2023 07:11
(VOVWORLD) -ໃນວັນທີ 18 -19 ມັງກອນ ຢູ່ນະຄອນຫລວງ ບຣຸກແຊນ, ປະເທດ ແບນຊິກ ໄດ້ດຳເນີນກອງປະຊຸມຂອງຄະນະກຳມະການການທະຫານຂອງ NATO.

ພົນທະຫານ ເຢຍລະມັນ ໃນກຳລັງ NATO ຢູ່ Rukla ສ. ລິດວາ: ( ພາບ: AFP/TTXVN ພົນເຮືອເອກ Rob Bauer ປະທານ ຄະນະກຳມະການການທະຫານ ແລະ ທ່ານ Mircea Geoana ຮອງເລຂາທິການໃຫຍ່ NATO ເປັນປະທານກອງປະຊຸມ. ກ່າວຄຳເຫັນທີ່ກອງປະຊຸມ, ພົນເຮືອເອກ Rob Bauer ໄດ້ເຕື້ອງເຖິງການຊຸດໂຊມຂອງສະພາບແວດລ້ອມແຫ່ງຄວາມໝັ້ນຄົງທົ່ວໂລກຍ້ອນຜົນສະທ້ອນຈາກການປະທະກັນທາງການທະຫານລະຫວ່າງ ລັດເຊຍ - ຢູແກຼນ; ຢືນຢັນ NATO ໄດ້ສະແດງໃຫ້ໂລກເຫັນໄດ້ຄວາມສາມາດຢ່າງວ່ອງໄວໃນການຜັນຂະຫຍາຍການມີຫນ້າຂອງຕົນບໍ່ວ່າຢູ່ແຫ່ງໃດ ແລະ ບໍ່ວ່າເວລາໃດເມື່ອມີຄວາມຈຳເປັນ. ສ່ວນທ່ານ Mircea Geoana, ຮອງເລຂາທິການໃຫຍ່ NATO ເນັ້ນຫນັກວ່າ ຈະສຸມໃສ່ປະຕິບັດ 3 ຂົງເຂດສຳຄັນ, ລວມມີ ການເພີ່ມທະວີການລົງທຶນດ້ານປ້ອງກັນຊາດ, ເພີ່ມລະດັບຄວາມໄວໃນການຜະລິດອາວຸດ ແລະ ລູກປືນ, ຊຸກຍູ້ການຫັນເປັນ ດີຈີຕອນ.
TAG
VOV/VOVworld/ການປະທະກັນ/
Related
More





