ເຫດຍິງປືນໃນງານຂອງທຳນຽບຂາວ ໂດຍມີການເຂົ້າຮ່ວມຂອງ ທ່ານປະທານາທິບໍດີ Donald Trump
26/04/2026 10:08
[VOVWORLD] - ມີສຽງປືນດັງຂຶ້ນໃນງານລ້ຽງປະຈຳປີຂອງສະຫະສະມາຄົມນັກຂ່າວທຳນຽບຂາວ, ເຮັດໃຫ້ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ແລະ ພັນລະຍາ ຕ້ອງເຄື່ອນຍ້າຍອອກໄປຢ່າງຮີບດ່ວນ.

ເຫດການເກີດຂຶ້ນໃນຕອນຄ່ຳວັນທີ 25 ເມສາ (ຕາມເວລາ ອາເມລິກາ), ຢູ່ໂຮງແຮມ Washington Hilton, ທີ່ນະຄອນຫຼວງ ວໍຊິງຕັນ, ອາເມລິກາ. ຫຼັງຈາກນັ້ນ, ຜູ້ຖືກສົງໄສວ່າຍິງປືນຢູ່ທີ່ງານ ໄດ້ຖືກຈັບຕົວ. ພາຍຫຼັງອອກຈາກງານລ້ຽງ, ທ່ານປະທານາທິບໍດີ Donald Trump ໄດ້ຈັດການປະຊຸມຂ່າວຢູ່ທຳນຽບຂາວ ເພື່ອແຈ້ງຂ່າວກ່ຽວກັບເຫດຍິງປືນ. ທ່ານໃຫ້ຮູ້ວ່າ ທ່ານໄດ້ເອົາຄຼິບຜູ້ຖືກສົງໄສລົງໃນສື່ສັງຄົມອອນໄລ ແລະ ກ່າວຫາວ່າ ບຸກຄົນນີ້ໄດ້ “ບຸກໂຈມຕີລັດຖະທຳມະນູນ ອາເມລິກາ”. ຕາມຂໍ້ມູນຂ່າວໃນເບື້ອງຕົ້ນ, ຜູ້ຖືກສົງໄສແມ່ນຜູ້ຊາຍ, ອາຍຸປະມານ 30 ປີ, ມາຈາກລັດ California, ເຊິ່ງໄດ້ຮັບຖືວ່າ ແມ່ນແຂກມາພັກເຊົ່າຢູ່ໂຮງແຮມ Washington Hilton, ແຫ່ງທີ່ຈັດງານນີ້. ຕຳຫຼວດໄດ້ປິດລ້ອມຫ້ອງໜຶ່ງຢູ່ທີ່ນີ້ເພື່ອຮັບໃຊ້ການສືບສວນ ແລະ ໃຫ້ຂໍ້ສັງເກດວ່າ ເປົ້າໝາຍຜູ້ນີ້ອາດຈະກໍ່ເຫດຜູ້ດຽວ.
TAG
VOV/VOVWORLD/ບຸກໂຈມຕີ/ລັດຖະທຳມະນູນ/ອອນໄລ
Related





