ເສດຖະກິດ ຫວຽດນາມ ຮັກສາທ່າເຕີບໂຕຢ່າງແຮງ
26/04/2026 10:10
[VOVWORLD] - ການເຕີບໂຕເສດຖະກິດຂອງ ຫວຽດນາມ ໄດ້ຮັບການຄາດຄະເນວ່າຢູ່ລະດັບປະມານ 7,2% ໃນໄລຍະ 2026 – 2027.

260426_am_01.jpg (ພາບປະກອບ: VGP) ເສດຖະກິດ ຫວຽດນາມ ຮັກສາທ່າເຕີບໂຕຢ່າງແຮງໃນສະພາບຄວາມຂາດສະຖານລະພາບທົ່ວໂລກ. ການເຕີບໂຕໄດ້ຮັບການປັບປຸງຍ້ອນຂະແໜງການຜະລິດກຳນົດທິດການສົ່ງອອກຢ່າງແຮງ, ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ຍືນຍົງ ແລະ ຄວາມຕ້ອງການພາຍໃນມີຄວາມເປັນປົກກະຕິ. ນີ້ແມ່ນຂໍ້ສັງເກດໂດຍຫ້ອງການຄົ້ນຄວ້າເສດຖະກິດມະຫາພາກ ອາຊຽນ + 3 (ລວມມີ: ອາຊຽນ, ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ, ເອີ້ນຫຍໍ້ວ່າ AMRO) ໄດ້ຍົກອອກມາໃນແຈ້ງການສື່ມວນຊົນຫຼ້າສຸດກ່ຽວກັບແງ່ຫວັງເສດຖະກິດຂອງ ຫວຽດນາມ. ທ່ານ Anthony Tan, ນັກຊ່ຽວຊານດ້ານເສດຖະກິດຂອງ AMRO, ໃຫ້ຂໍ້ສັງເກດວ່າ ການເຕີບໂຕເສດຖະກິດຂອງ ຫວຽດນາມ ໄດ້ຮັບການຄາດຄະເນວ່າຢູ່ລະດັບປະມານ 7,2% ໃນໄລຍະ 2026 – 2027. ຄວາມຕ້ອງການຢູ່ພາຍໃນປະເທດໄດ້ຮັບການຄາດຄະເນຍັງຈະເປັນປົກກະຕິ, ໂດຍບັນດານະໂຍບາຍພວມໄດ້ຮັບການຜັນຂະຫຍາຍໜູນຊ່ວຍ. AMRO ໃຫ້ຂໍ້ສັງເກດວ່າ ມາຮອດປະຈຸບັນໄພເງິນເຟີ້ຂອງ ຫວຽດນາມ ຍັງໄດ້ຮັບການຄວບຄຸມ, ຮັກສາໃນລະດັບຕ່ຳກວ່າລະດັບເພດານການເຄື່ອນໄຫວຂອງລັດຖະບານແມ່ນ 4,5%. ເຖິງຢ່າງໃດກໍ່ຕາມ, ຄວາມເຄັ່ງຕຶງຢູ່ ຕາເວັນອອກກາງ ນັບແຕ່ວັນທີ 28 ກຸມພາ ພວມເພີ່ມຂຶ້ນ ໄດ້ເຮັດໃຫ້ລາຄາພະລັງງານທົ່ວໂລກເພີ່ມຂຶ້ນສູງ, ພາໄປເຖິງລາຄາເຊື້ອເພີງຂາຍຍ່ອຍຢູ່ ຫວຽດນາມ ເພີ່ມຂຶ້ນຢ່າງແຮງໃນຕົ້ນເດືອນ ມີນາ.
TAG
VOV/VOVWORLD/ຄວບຄຸມ/ຮັກສາ/ລະດັບ
Related





