ງານລາຕີ ລະນຶກ 40 ປີແຫ່ງໄຊຊະນະ ຮ່າໂນ້ຍ ດ້ຽນບຽນຝູ ທາງອາກາດ
26/12/2012 08:42
ຕອນຄຳ່ວັນທີ 25/12, ຢູ່ ຮ່າໂນ້ຍ, ກອງບັນຊາການປ້ອງກັນອາກາດ ແລະ ກອງທັບອາກາດ ໄດ້ຈັດຕັ້ງງານລາຕີທີ່ເປັນມູນເຊື້ອ ແລະ ມອບລາງວັນການເສັງຊອກຮູ້ 40 ປີແຫ່ງໄຊຊະນະດ້ຽນບຽນຝູ ທາງອາກາດ”
ງານລາຕີ ລະນຶກ 40 ປີແຫ່ງໄຊຊະນະ ຮ່າໂນ້ຍ ດ້ຽນບຽນຝູ ທາງອາກາດ ພາບ:tienphong.vn (vovworld) - ຕອນຄຳ່ວັນທີ 25/12, ຢູ່ ຮ່າໂນ້ຍ, ກອງບັນຊາການປ້ອງກັນອາກາດ ແລະ ກອງທັບອາກາດ ໄດ້ຈັດຕັ້ງງານລາຕີທີ່ເປັນມູນເຊື້ອ ແລະ ມອບລາງວັນການເສັງຊອກຮູ້ 40 ປີແຫ່ງໄຊຊະນະດ້ຽນບຽນຝູ ທາງອາກາດ” ໂດຍສູນກາງຊາວຫນຸ່ມກອມມູນິດໂຮ່ຈິມິນ ປຸກລະດົມ ແຕ່ວັນທີ 23/10 ຮອດວັນທີ 26/11/2012, ດ້ວຍຈຸດປະສົງແມ່ນສຶກສາມູນເຊື້ອ, ຍົກສູງຄວາມຮັບຮູ້, ຄວາມເຂົ້າອົກເຂົ້າໃຈຂອງປະຊາຊົນ, ພິເສດແມ່ນລຸ້ນຫນຸ່ມ. ບົດຂຽນສົ່ງເຂົ້າຮ່ວມການເສັງຫລາຍບົດແມ່ນບັນດາກິດຈະກຳຄົ້ນຄ້ວາກ່ຽວກັບປະຫວັດສາດທີ່ສະແດງໃຫ້ເຫັນຄວາມສຸດຈິດສຸດໃຈ, ອາລົມຈິດ ແລະ ຄວາມເອກອ້າງທະນົງໃຈຂອງບັນດາຜູ້ເຂົ້າຮ່ວມການປົກປັກຮັກສາ “ຮ່າໂນ້ຍ - ດ້ຽນບຽນຝູທາງອາກາດ” ຜ່ານບັນດາຮູບແບບທີ່ອຸດົມສົມບູນ, ເປັນເອກະລັກສະເພາະ, ການຮຽບຮຽງຮູບພາບທີ່ເປັນຫລາຍຮູບຫລາຍແບບ ແລະ ເອກະສານອັນລ້ຳຄ່າຫລາຍຢ່າງ. ທ່ານ ເຢືອງວັນອານ, ເລຂາສູນກາງຊາວຫນຸ່ມກອມມູນິດ ໂຮ່ຈິມິນ, ຫົວຫນ້າຄະນະຈັດຕັ້ງການເສັງ ໃຫ້ຮູ້ວ່າ:
Related





