ງານໂຮມຊຸມນຸມມິດຕິງ ລະນຶກ 35 ປີ ວັນເຊັນສົນທິສັນຍາມິດຕະພາບການຮ່ວມມື ຫວຽດນາມ ລາວ
18/07/2012 10:07
ງານໂຮມຊຸມນຸມມິດຕິງ ລະນຶກ 50 ປີແຫ່ງວັນສ້າງສາຍພົວພັນທາງການທູດ ແລະ 35 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ

ທ່ານເລຂາທິການໃຫຍ່ Nguyen Phu Trong ອ່ານສູນທອນພົດນະພິທີ ພາບ:TTXVN (vovword) - ຕອນເຊົ້າວັນທີ 18/7 ຢູ່ ຮ່າໂນ້ຍ, ໄດ້ຈັດງານໂຮມຊຸມນຸມມິດຕິງ ລະນຶກ 50 ປີ ແຫ່ງວັນສ້າງສາຍພົວພັນທາງການທູດ (05/09/1962 - 05/09/2012) ແລະ 35 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ, ລາວ - ຫວຽດນາມ (18/7/1977 - 18/7/2012). ເປັນກຽດເຂົ້າຮ່ວມພິທີ ມີທ່ານ Nguyen Phu Trong ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ທ່ານປະທານປະເທດ ຫວຽດນາມ Truong Tan Sang, ທ່ານນາຍົກລັດຖະມົນຕີ Nguyen Tan Dung, ທ່ານປະທານສະພາແຫ່ງຊາດ ຫວຽດນາມ Nguyen Sinh Hung, ທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດ, ຫົວຫນ້າຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ສປປ ລາວ. ນະພິທີ, ທ່ານ ເລຂາທິການໃຫຍ່ Nguyen Phu Trong ຊີ້ແຈງວ່າ: ຍາມໃດ ພັກ ແລະ ປຊຊ ຫວຽດນາມ ກໍຮັບຮູ້ຢ່າງເລິກເຊິ່ງວ່າ ໄຊຊະນະໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ໂຮມປະເທດຊາດເປັນເອກະພາບ ກ່ອນນີ້ ກໍຄືບັນດາຜົນງານໃນກິດຈະການປ່ຽນແປງໃຫມ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປະຈຸບັນ ກໍລ້ວນແຕ່ຕິດພັນກັບຄວາມສາມັກຄີ, ການສະຫນັບສະຫນູນ ແລະ ການຊ່ວຍເຫລືອຂອງພັກ, ລັດ ແລະ ປຊຊ ລາວບັນດາເຜົ່າ. ທ່ານເລຂາທິການໃຫຍ່ Nguyen Phu Trong ເນັ້ນຫນັກວ່າ:
TAG
ງານໂຮມຊຸມນຸມ/ສົນທິສັນຍາ
Related
More






