VOV WorldVOV World
ງານວາງສະແດງຮູບຖ່າຍກ່ຽວກັບຜູ້ປະສົບເຄາະຮ້າຍຈາກສົງຄາມຢູ່ ຍີ່ປຸ່ນ ແລະ ຫວຽດນາມ
22/11/2019 06:50
(VOVWORLD) - ງານວາງສະແດງໄດ້ວາງສະແດງຮູບສີ, ຮູບຂາວດຳວເກືອບ 50 ແຜ່ນທີ່ມີເນື້ອໃນສ່ອງແສງເຖິງບັນດາຄວາມເສຍຫາຍອັນໃຫຍ່ຫລວງ, ຜົນຮ້າຍຕ່າງໆ ເຊິ່ງບັນດາຜູ້ປະສົບເຄາະຮ້າຍຂອງສົງຄາມຢູ່ ຫວຽດນາມ ແລະ ຍີ່ປຸ່ນຕ້ອງທົນທຸກເປັນເວລາດົນນານ.
ງານວາງສະແດງຮູບຖ່າຍກ່ຽວກັບຜູ້ປະສົບເຄາະຮ້າຍຈາກສົງຄາມຢູ່ ຍີ່ປຸ່ນ ແລະ ຫວຽດນາມ
ວັນທີ 21 ພະຈິກ, ທີ່ນະຄອນ ໂຮ່ຈີມິນ, ສະຫະສະມາຄົມບັນດາອົງການມິດຕະພາບ ຫວຽດນາມ ພ້ອມກັບຄະນະກຳມະການສັນຕິພາບ ຫວຽດນາມ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ / ດີໂອຊິນ ຫວຽດນາມ, ສະພາ ຍີ່ປຸ່ນ ຕ້ານລະເບີດປະລະມານູ ແລະ ອາຍຮີໂດຣແຊນ (Gensuikyo), ຫໍພິພິທະພັນວັດຖຸສິ່ງຂອງທີ່ເປັນພະຍານຫຼັກຖານສົງຄາມ ໄດ້ຈັດຕັ້ງງານວາງສະແດງ “ຮູບຖ່າຍກ່ຽວກັບຜູ້ປະສົບເຄາະຮ້າຍຈາກສົງຄາມຢູ່ ຍີ່ປຸ່ນ ແລະ ຫວຽດນາມ”.  ງານວາງສະແດງຮູບຖ່າຍກ່ຽວກັບຜູ້ປະສົບເຄາະຮ້າຍຈາກສົງຄາມຢູ່ ຍີ່ປຸ່ນ ແລະ ຫວຽດນາມ (ພາບ: TTXVN)         ງານວາງສະແດງໄດ້ວາງສະແດງຮູບສີ, ຮູບຂາວດຳວເກືອບ 50 ແຜ່ນທີ່ມີເນື້ອໃນສ່ອງແສງເຖິງບັນດາຄວາມເສຍຫາຍອັນໃຫຍ່ຫລວງ, ຜົນຮ້າຍຕ່າງໆ ເຊິ່ງບັນດາຜູ້ປະສົບເຄາະຮ້າຍຂອງສົງຄາມຢູ່ ຫວຽດນາມ ແລະ ຍີ່ປຸ່ນຕ້ອງທົນທຸກເປັນເວລາດົນນານ. ບັນດາພາບຖ່າຍກໍ່ສະແດງໃຫ້ເຫັນບັນດາພະຍານຫຼັກຖານກ່ຽວກັບໂທດກຳຢ່າງຈະແຈ້ງ ເຊິ່ງສົງຄາມໄດ້ກໍ່ຂຶ້ນຕໍ່ປະຊາຊົນຢູ່ ຍີ່ປຸ່ນ ແລະ ຫວຽດນາມ.         ງານວາງສະແດງຈະດຳເນີນໄປຮອດວັນທີ 24 ພະຈິກ ຈຶ່ງຈະອັດລົງ.
TAG
VOV/VOVworld/ງານວາງສະແດງ/ຜູ້ປະສົບເຄາະຮ້າຍ/ສົງຄາມ/ຍີ່ປຸ່ນ