ຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄປຢ້ຽມຢາມແຂວງ ອານຢາງ
08/03/2012 06:18
ຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄປຢ້ຽມຢາມແຂວງ ອານຢາງ

ທ່ານນາງຫງວຽນທິກີມເງິນ ຮອງປະທານສະພາແຫ່ງຊາດຢ້ຽມຢາມ ແຂວງອານຢາງ ພາບ:angiang.gov.vn (vovworld) - ວັນທີ 7/3, ຄະນະປະຕິບັດງານຂອງຄະນະປະຈຳສະພາແຫ່ງຊາດ, ໂດຍທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ນຳໜ້າ ໄດ້ໄປເຮັດວຽກຢູ່ແຂວງ ອານຢາງ. ໃນການເຮັດວຽກກັບການນຳແຂວງ, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ, ອານຢາງ ມີທ່າແຮງກ່ຽວກັບການຜະລິດຜະລິດຕະພັນກະເສດ. ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີໃຫ້ທາງແຂວງສືບຕໍ່ຄົ້ນຄ້ວາ, ໄຈ້ແຍກບັນດາບັນຫາອັນຈຳເປັນໃນການພັດທະນາກະສີກຳ, ຊົນນະບົດ, ຄວາມຕິດຂັດໃນການລົງທຶນຂອງລັດໃນຂົງເຂດກະສີກຳ, ຊາວກະສີກອນ, ຊົນນະບົດ, ໂດຍສະເພາະແມ່ນການປະຕິບັດບັນດານະໂຍບາຍທີ່ມີຕໍ່ຊາວນາ. ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍ່ລົງໄປສຳຫຼວດຕົວຈິງຮູບແບບຮ່ວມສຳພັນຈຳໜ່າຍເຂົ້າສານ ”ທົ່ງນາແບບຢ່າງ” ຂອງບໍລິສັດຫຸ້ນສ່ວນ ປົກປັກຮັກສາພືດ ອານຢາງ ຢູ່ເມືອງ ເຈົາແທ່ງ.
TAG
ຄະນະປະຈຳສະພາແຫ່ງຊາດ
Related
More




