ທ່ານ ຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລິວ ພົບປະກັບບັນດາຜູ້ແທນທີ່ມາເຂົ້າຮ່ວມກອງປະຊຸມ |
ກ່າວຄຳເຫັນທີ່ການພົບປະ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ໄດ້ເນັ້ນໜັກວ່າ ພ້ອມກັບວຽກງານການພົວພັນຕ່າງປະເທດຂອງພັກ, ວຽກງານການທູດຂອງລັດ, ຂອງສະພາແຫ່ງຊາດນັ້ນ, ການພົວພັນຕ່າງປະເທດຂອງປະຊາຊົນພວມເສີມຂະຫຍາຍບົດບາດທີ່ຕັ້ງໜ້າ, ເປັນເຈົ້າການເຂົ້າຮ່ວມປະຕິບັດແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍຂອງພັກ ແລະ ລັດຫວຽດນາມ, ອັນໄດ້ປະກອບສ່ວນເຂົ້າໃນການສ້າງສະພາບແວດລ້ອມສາກົນ ທີ່ອຳນວຍຄວາມສະດວກໃຫ້ແກ່ການພັດທະນາປະເທດຊາດ.







