VOV WorldVOV World
ນັກຂ່າວພາຍໃນປະເທດແລະສາກົນກຽມພ້ອມໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ12ຂອງພັກ
19/01/2016 07:07
(vovworld)- ມີ​ນັກ​ຂ່າວ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ ປະ​ມານກວ່າ 800 ຄົນ ຈະ​ເຂົ້າ​ຮ່ວມ​ການໃຫ້​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12
ນັກຂ່າວພາຍໃນປະເທດແລະສາກົນກຽມພ້ອມໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ12ຂອງພັກ
ມີ​ນັກ​ຂ່າວ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ ປະ​ມານກວ່າ 800 ຄົນ ຈະ​ເຂົ້າ​ຮ່ວມ​ການໃຫ້​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ ພາບ:vnnonline (vovworld)- ມີ​ນັກ​ຂ່າວ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ ປະ​ມານກວ່າ 800 ຄົນ ຈະ​ເຂົ້າ​ຮ່ວມ​ການໃຫ້​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ. ທ່ານ Kazuomi Shimizu, ​ຫົວ​ຫນ້າ​ ສຳ​ນັກ​ຂ່າວສານ NHK ​ຍີ່​ປຸ່ນ ສາ​ຂາປະ​ຈຳ ຫວຽດ​ນາມ ໃຫ​້​ຮູ້​ວ່າ: ນີ້​ເປັນ​ຄັ້ງ​ທຳ​ອິດ ທ່ານ​ໄດ້​ເຂົ້າ​ຮ່ວມການ​ໃຫ້​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ. ກ່ອນ​ທີ່ດຳ​ເນີນກອງ​ປະ​ຊຸມ​ໃຫຍ່, ທ່ານ​ພ້ອມ​ກັບ​ບັນ​ດາ​ຜູ້​ຮ່ວມ​ງານ ໄດ້​ໃຫ້​ຂ່າວ, ບົດ​ຫລວງ​ຫລາຍ​ກ່ຽວ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ກະ​ກຽມ ກໍ​ຄື ບັນ​ດາ​ຜົນ​ງານ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ ຂອງ​ຫວຽດ​ນາມ​ໃນ​ໄລ​ຍະ​ມໍ່ໆ​ມານີ້. ບັນ​ດາ​ບັນ​ຫາ​ຊຶ່ງ​ທ່ານ ແລະ ນັກ​ຂ່າວ​ຫລາຍ​ຄົນ​ຂຶ້ນ​ກັບ​ບັນ​ດາ​ອົງ​ການ​ສຳ​ນັກ​ຂ່າວ​ສານ​ສາ​ກົນ ​ມີ​ຄວາມສົນ​ໃຈໃນ​ກອງ​ປະ​ຊຸມ​ຄັ້ງນີ້ ນັ້ນ​ແມ່ນ ແນວ​ທາງ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ການ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ.        
TAG
vovworld/ນັກ​ຂ່າວ

More