ຍີ່ປຸ່ນຊຸກຍູ້ການຮ່ວມມືໃນG7
05/01/2016 11:42
(vovworld)- ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຈະໄປປະຕິບັດງານຢູ່ຕ່າງປະເທດຢ່າງລຽນຕິດໃນຊຸມເດືອນ ຕົ້ນປີ 2016

ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ພາບ:xaluan.vn (vovworld)- ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຈະໄປປະຕິບັດງານຢູ່ຕ່າງປະເທດຢ່າງລຽນຕິດໃນຊຸມເດືອນ ຕົ້ນປີ 2016, ໃນນັ້ນ ທ່ານຈະໄປຢ້ຽມຢາມປະເທດທັງໝົດໃນກຸ່ມບັນດາປະເທດອຸດສາຫະກຳພັດທະນາ G7 ກ່ອນທີ່ດຳເນີນກອງປະຊຸມສຸດຍອດ G7 ຢູ່ ຍີ່ປຸ່ນ ເພື່ອເພີ່ມທະວີການຮ່ວມມືພາຍໃນກຸ່ມ. ຄາດວ່າ ໂຄງການດຳເນີນງານຂອງກອງປະຊຸມສຸດຍອດ G7 ຄັ້ງນີ້ ຈະລວມມີ ບັນຫາຄວາມປອດໄພໃນການເດີນທະເລ, ຊາວອົບພະຍົບ ແລະລັດທິກໍ່ການຮ້າຍ. ນີ້ແມ່ນກອງປະຊຸມ G7 ຄັ້ງທຳອິດຖືກຈັດຂຶ້ນຢູ່ ຍີ່ປຸ່ນ ນັບແຕ່ປີ 2008, ຈຸດເວລາທີ່ ຍີ່ປຸ່ນຈັດຕັ້ງກອງປະຊຸມ G7 ຢູ່ Hokkaido. ກອງປະຊຸມໄດ້ຮັບຖືວ່າ ແມ່ນກາລະໂອກາດເພື່ອໃຫ້ທ່ານນາຍົກລັດຖະມົນຕີ Shinzo Abe ປະກາດບັນດາຜົນງານທາງການທູດຂອງຕົນກ່ອນທີ່ດຳເນີນການເລືອກຕັ້ງສະພາສູງ.
TAG
vovworld/ອຸດສາຫະກຳ
Related






