VOV WorldVOV World
ໂຄສະນາຜະລິດຕະພັນແພໄຫມ ແລະ ແຜ່ນແພພື້ນເມືອງຂອງຫວຽດນາມ ອອກສູ່ໂລກ
05/10/2019 08:41
(VOVWORLD) -ຢູ່ ເຊີແນວ ປະເທດສະວິດ ໃນຂອບເຂດກອງປະຊຸມຄັ້ງທີ 59 ສະມັດຊາໃຫຍ່ບັນດາປະເທດສະມາຊິກຂອງ ອົງການຊັບສິນທາງປັນຍາ (WIPO), ງານວາງສະແດງ ຜະລິດຕະພັນແພໄຫມ ແລະ ແຜ່ນແພພື້ນເມືອງຂອງຫວຽດນາມ ໄດ້ຈັດຂຶ້ນຢູ່ສຳນັກງານ WIPO ແຕ່ວັນທີ 30 ກັນຍາ ຮອດວັນທີ 9 ຕຸລາ.
ໂຄສະນາຜະລິດຕະພັນແພໄຫມ ແລະ ແຜ່ນແພພື້ນເມືອງຂອງຫວຽດນາມ ອອກສູ່ໂລກ
ງານວາງສະແດງນີ້ ໂດຍຄະນະຜູ້ຕາງຫນ້າຫວຽດນາມ ປະຈຳ ສປຊ ສົມທົບກັບອົງການການຄ້າໂລກ ແລະ ບັນດາອົງການຈັດຕັ້ງສາກົນ ປະຈຳເຊີແນວ ຈັດຕັ້ງຂຶ້ນ. ກ່ອນຫນ້ານັ້ນ ລາຍການແນະນຳຊຸດອາພອນສະໄຫມ Vietmode ກໍ່ໄດ້ຈັດຂຶ້ນຢູ່ສຳນັກງານ WIPO ເນື່ອງໃນໂອກາດສະເຫລີມສະຫລອງ 74 ປີແຫ່ງວັນຊາດຫວຽດນາມ ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກເພື່ອນມິດສາກົນເປັນຈຳນວນຫລວງຫລາຍ.
TAG
VOV/VOVworld/​ອາ​ພອນ​ສະ​ໄຫມ