VOV WorldVOV World
ໂລກຕ້ອນຮັບປີໃຫມ່ສາກົນ 2012
01/01/2012 09:33
ຢູ່​ບັນດາ​ນະຄອນ​ໃຫຍ່​ຢູ່ ອາຊີ, ປະຊາຊົນ​ກໍມີ​ຄວາມ​ເບີ​ກບານ​ມ່ວນ​ຊື່ນຕ້ອນຮັບ​ປີ​ໃຫມ່​ດ້ວຍ​ບັນດາ​ລາຍການ​ສະ​ແດງ​ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ
ໂລກຕ້ອນຮັບປີໃຫມ່ສາກົນ 2012
ມີ​ປະຊາຊົນ​ນັບ​ລ້ານໆ​ຄົນ​ໄດ້​ມີຫນ້າຢູ່​ບັນດາ​ສູນ​ກາງ​ການ​ເມືອງ, ວັດທະນະທຳ, ​ເຂດ​ປູ​ຊະ​ນິຍະສະ​ຖານ​ປະຫວັດສາດ, ສາສະຫນາ ​ແລະ ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ລື​ຊື່​ໃນ​ໂລກ ​ເພື່ອ​ເຫັນ​ປະຈັກ​ຕາ​ຈຸດ​ເວລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃຫມ່.  ຢູ່​ບັນດາ​ນະຄອນ​ໃຫຍ່​ຢູ່ ອາຊີ, ປະຊາຊົນ​ກໍມີ​ຄວາມ​ເບີ​ກບານ​ມ່ວນ​ຊື່ນຕ້ອນຮັບ​ປີ​ໃຫມ່​ດ້ວຍ​ບັນດາ​ລາຍການ​ສະ​ແດງ​ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ. ຢູ່​ຫວຽດນາມ ບັນຍາກາດ​ຕ້ອນຮັບ​ປີ​ໃຫມ່​ສາກົນ​ກໍ​ດຳ​ເນີນ​ໄປ​ໃນ​ທົ່ວ​ປະ​ເທດ. ຢູ່​ເຂດ​ຫ່າງ​ໄກ​ຂອງ​ປະ​ເທດ​ຊາ, ຕອນ​ຄຳ່​ວັນ​ດຽວ​ກັນ, ການພົບ​ປະ​ແລກປ່ຽນຕ້ອນຮັບ​ປີ​ໃຫມ່ 2012 ຂອງ​ຄະນະ​ປະຕິບັດ​ງານ, ບັນດາ​ນັກ​ຂ່າວ ພ້ອມ​ກັບ​ທະຫານ ​ແລະ ປະຊາຊົນ ຢູ່ ​ເກາະ ຊີງ​ຕົນ - ໝູ່​ເກາະ​ເຈື່ອງ​ຊາ ​ໄດ້​ດຳ​ເນີນ​ໄປ​ໃນ​ບັນຍາກາດ​ເບີກບານ​ມ່ວນ​ຊື່ນ. ທີ່​ການ​ພົບ​ປະ​ແລກ​ປ່ຽນ, ນັກຮົບ​ຫນຸ່ມ ຫງວຽນ​ມີນຈີ ​ໄດ້​ແບ່ງປັນ​ວ່າ: