VOV WorldVOV World
ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ປະ​ເອີບ​ໃຈ​ຕໍ່​ຂໍ້​ຕົກ​ລົງ​ກັບ ກຸຍ​ບາ
02/02/2026 09:07
(VOVWORLD) - ວັນທີ 31 ມັງກອນ, ທ່ານປະທາທິບໍດີ ອາເມລິກາ Donald Trump ໄດ້ແຈ້ງໃຫ້ຊາບວ່າປະເທດນີ້ເລີ່ມເຈລະຈາກັບບັນດາການນຳກຸຍບາ.
ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ປະ​ເອີບ​ໃຈ​ຕໍ່​ຂໍ້​ຕົກ​ລົງ​ກັບ ກຸຍ​ບາ
ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານປະທານາທິບໍດີ Donald Trump ຢັ້ງຢືນວ່າ ອາເມລິກາ “ພວມເລີ່ມເຈລະຈາກັບ ກຸຍບາ”, ແຕ່ທ່ານບໍ່ເຜີຍລະອຽດກ່ຽວກັບລະດັບການພົບປະ ກໍ່ຄືເວລາດຳເນີນການເຈລະຈາ. ທ່ານປະທານາທິບໍດີ Donald Trump ສະແດງຄວາມປະເອີບໃຈຕໍ່ແງ່ຫວັງສອງຝ່າຍອາດສາມາດບັນລຸໄດ້ຂໍ້ຕົກລົງ. ຂ່າວໂດຍທ່ານປະທານາທິບໍດີ Donald Trump ຍົກອອກມາ 2 ວັນເມື່ອທ່ານປະທານາທິບໍດີ Donald Trump ລົງນາມລັດຖະດຳລັດ ວ່າດ້ວຍການເພີ່ມອັດຕາພາສີສຳລັບບັນດາປະເທດສະໜອງນ້ຳມັນໃຫ້ແກ່ກຸຍບາຍ, ຜ່ານນັ້ນສືບຕໍ່ເພີ່ມກຳລັງດັນຕໍ່ປະເທດ ກຸຍບາ. ທ່ານລັດຖະມົນຕີການຕ່າງປະເທດ ກຸຍບາ ໄດ້ກ່າວປະນາມ ລັດຖະດຳລັດສະບັບໃໝ່ຂອງ ອາເມລິກາ ແລະ ປະກາດວ່ານີ້ແມ່ນການກະທຳເກາະຜິດສຳລັບກຸຍບາ.
TAG
VOV/VOVworld/ປະ​ທາ​ນາ​ທິ​ບໍ​ດີ/ອາ​ເມ​ລິ​ກາ/ກຸຍ​ບາ