ປາດຖະຫນາຢາກນຳການພົວພັນລະຫວ່າງຫວຽດນາມແລະເບລາຣຸດຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດຮອບດ້ານ
09/12/2015 11:25
(vovworld)- ໂດຍຮັບຄຳເຊີນຂອງທ່ານປະທານປະເທດເຈືອງເຕີນຊາງ, ຕອນຄ່ຳວັນທີ 8/12, ປະທານາທິບໍດີ ເບລາຣຸດ Alexander Lukashenko

ທ່ານປະທານປະເທດເຈືອງເຕີນຊາງແລະທ່ານ ປະທານາທິບໍດີ ເບລາຣຸດ Alexander Lukashenko ພາບ:internet (vovworld)- ໂດຍຮັບຄຳເຊີນຂອງທ່ານປະທານປະເທດເຈືອງເຕີນຊາງ, ຕອນຄ່ຳວັນທີ 8/12, ປະທານາທິບໍດີ ເບລາຣຸດ Alexander Lukashenko ໄດ້ເດີນທາງມາຮອດຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຫວຽດນາມ ແຕ່ວັນທີ 8-9/12. ທີ່ການເຈລະຈາພາຍຫລັງພິທີຕ້ອນຮັບຈັດຂຶ້ນໃນຕອນບ່າຍວັນທີ 9/12, ທ່ານປະທານປະເທດເຈືອງເຕີນຊາງ ຢືນຢັນວ່າ: ແຜນນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງການນຳຫວຽດນາມ ແມ່ນຖືເປັນສຳຄັນ ແລະ ເອົາໃຈໃສ່ການປັບປຸງ, ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫລາຍດ້ານກັບ ເບລາຣຸດ. ທ່ານປະທານປະເທດ ຖືວ່າ: ສອງຝ່າຍຄວນຍົກສູງບົດບາດຂອງຄະນະກຳມະການລະຫວ່າງລັດຖະບານ ກວ່າອີກ, ໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ພັນທະມິດເສດຖະກິດ ອາຊີ ເອີລົບໂດຍໄວ. ສອງປະເທດ ຄວນຈັດຕັ້ງການເຄື່ອນໄຫວສົ່ງເສີມການລົງທຶນການຄ້າ, ສືບຕໍ່ຍູ້ແຮງການຮ່ວມມືໃນຂົງເຂດອຸດສາຫະກຳ. ທ່ານປະທານປະເທດ ເຈືອງເຕີນຊາງປາດຖະຫນາຢາກເປີດກວ້າງການຮ່ວມມືໃນຂົງເຂດວັດທະນະທຳ ການສຶກສາ, ການທ່ອງທ່ຽວ, ກິລາ, ວິທະຍາສາດເຕັກໂນໂລຊີ. ປະທານາທິບໍດີ Alexander Lukashenko ຢືນຢັນ: ຫວຽດນາມ ແມ່ນບຸລິມະສິດໃນການພົວພັນຕ່າງປະເທດຂອງ ເບລາຣຸດ ຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ປາດຖະຫນາຢາກນຳການພົວພັນລະຫວ່າງສອງປະເທດຂຶ້ນສູ່ຄູ່ຮ່ວມມືຍຸດທະສາດຮອບດ້ານ. ສອງຝ່າຍຄວນໃຫ້ສັດຕະຍາບັນສັນຍາ FTA ແລະ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຂອງສອງປະເທດ ຊອກຮູ້ການດຳເນີນທຸລະກິດລົງທຶນຢູ່ສອງປະເທດ. ການນຳສອງທ່ານແບ່ງປັນທັດສະນະລວມກ່ຽວກັບຫຼາຍບັນຫາ, ໃນນັ້ນມີບັນຫາສິດທິມະນຸດຢູ່ສະຫະປະຊາຊາດ. ເບລາຣຸດ ສະໜັບສະໜູນຫວຽດນາມ ອອກສະໝັກເລືອກຕັ້ງເຂົ້າສະພາຄວາມໝັ້ນຄົງສະຫະປະຊາຊາດ, ອາຍຸການ 2020-2021, ສະໜັບສະໜູນຮັກສາບັນດາຫຼັກການຂອງຂະບວນການບໍ່ຮ່ວມກຸ່ມ. ກ່ຽວກັບບັນຫາທະເລຕາເວັນອອກ, ປະທານາທິບໍດີເບລາຣຸດ ຢືນຢັນສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ແລະ ອາຊຽນ ແມ່ນແກ້ໄຂການຂັດແຍ້ງກັນດ້ວຍສັນຕິວິທີ, ບໍ່ນຳໃຊ້ກຳລັງອາວຸດ ຫຼືນາບຂູ່ນຳໃຊ້ກຳລັງອາວຸດ, ບົນພື້ນຖານບັນດາຫຼັກການຂອງກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບທະເລຕາເວັນອອກປີ 1982… ທ່ານປະທານປະເທດ ເຈືອງເຕິ໋ນຊາງ, ຢືນຢັນວ່າ: “ພວກຂ້າພະເຈົ້າໄດ້ປຶກສາຫາລືບັນດາມາດຕະການ ເພື່ອແນໃສ່ເພີ່ມທະວີວົງເງິນສອງຝ່າຍ, ສ້າງຄວາມສົມດຸນດ້ານການຄ້າ, ເພີ່ມທະວີການລົງທຶນລະຫວ່າງສອງປະເທດ. ສອງຝ່າຍເຫັນດີເພີ່ມທະວີປະສິດທິຜົນການເຄື່ອນໄຫວຂອງຄະນະກຳມະການລະຫວ່າງລັດຖະບານ… ທັງສອງຝ່າຍຢືນຢັນເຖິງຄວາມສຳຄັນຂອງສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ພັນທະມິດເສດຖະກິດອາຊີ - ເອີລົບ, ເຫັນດີໃຫ້ສັດຕະຍາບັນສັນຍາໂດຍໄວ ແລະ ສົມທົບກັນຮັບປະກັນຜັນຂະຫຍາຍສັນຍານີ້ພາຍຫຼັງມີຜົນສັກສິດຢ່າງມີປະສິດທິຜົນ, ເພື່ອສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ - ການຄ້າລະຫວ່າງສອງປະເທດໃນໄລຍະຈະມາເຖິງ“. ໃນໂອກາດນີ້, ການນຳທັງສອງທ່ານໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືຫຼາຍສະບັບໃນຂົງເຂດປ້ອງກັນຊາດ, ເສດຖະກິດ, ວິທະຍາສາດ, ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ… ໃນນັ້ນມີລາຍການຮ່ວມມືລະຫວ່າງກວຽດນາມ - ເບລາຣຸດ ໄລຍະ 2016-2018.
TAG
vovworld/ທາງລັດຖະກິດ
Related





