VOV WorldVOV World
ປະກາດດັດຊະນີ MEI 2011
29/12/2011 10:31
ພິທີ​ປະກາດ​ດັດຊະນີ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ສ້າງ ​ແລະ ປະຕິບັດ​ກົດໝາຍ​ກ່ຽວ​ກັບ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ບັນດາ​ກະຊວງ, ຂະ​ແຫນງ​ການ ​ໃນ​ປີ 2011 (MEI 2011).
ປະກາດດັດຊະນີ MEI 2011
  ວັນ​ທີ 28/12 ຢູ່ ຮ່າ​ໂນ້ຍ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ ​ໄດ້​ສົມທົບ​ກັບ​ຫ້ອງ​ວ່າການ​ລັດຖະບານ ​ແລະ ກະຊວງ​ຍຸຕິ​ທຳ ຈັດ​ຕັ້ງ​ພິທີ​ປະກາດ​ດັດຊະນີ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ສ້າງ ​ແລະ ປະຕິບັດ​ກົດໝາຍ​ກ່ຽວ​ກັບ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ບັນດາ​ກະຊວງ, ຂະ​ແຫນງ​ການ ​ໃນ​ປີ 2011 (MEI 2011). ບົດ​ລາຍ​ງານ​ດັ່ງກ່າວ​ໄດ້​ຮັບ​ການ​ສ້າງ​ຂຶ້ນ ​ເພື່ອ​ຍົກ​​ໃຫ້​ເຫັນ​ສະພາບ​ການ​​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​​ໃນ​ການສ້າງ ​ແລະ ປະຕິບັດ​ກົດໝາຍ​ກ່ຽວ​ກັບ​ການ​ດຳ​ເນີນ​ທຸລະ​ກິດ ຂອງ 14 ກະຊວງ​ທີ່​ມີບົດບາດ​ຫນ້າ​ທີ່ ຕິດ​ພັນ​ກັບ​ວິ​ສາ​ຫະກິດ ​ແລະ ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ ໂດຍສັງ​ເຂ​ບ. ໝາກຜົນ​ຂອງ​ດັດຊະນີ MEI 2011 ຂອງ 14 ກະຊວງ ລ້ວນ​ແຕ່​ຢູ່​ໃນ​ລະດັບ​ປານ​ກາງ. ​ໃນ​ນັ້ນ ກະຊວງ​ຍຸຕິ​ທຳ ບັນລຸ​ຄະ​ແນນ​ສູງ​ສຸດ ​ແມ່ນ 59.01 ​/100 ຄະ​ແນນ.​ ທ່ານ ຫວູຕຽນ​ໂລກ ປະທານ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ ຖື​ວ່າ: