ປະກອບຄຳເຫັນໃສ່ຮ່າງບົດລາຍງານອະພິປາຍ, ຮັບເອົາຄຳເຫັນປັບປຸງຮ່າງກົດໝາຍ 2 ສະບັບ
11/03/2016 11:16
(vovworld)- ວັນທີ 11/3, ຢູ່ແຂວງລາວກາຍ, ກຳມາທິການວັດທະນະທຳ, ສຶກສາ, ຊາວໜຸ່ມ, ເຍົາວະຊົນ...

ທ່ານດາວຈ້ອງທີ ຫົວໜ໊າກຳມາທິການວັດທະນະທຳ, ສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນຂອງສະພາແຫ່ງຊາດຊຸດທີ 13 (vovworld)- ວັນທີ 11/3, ຢູ່ແຂວງລາວກາຍ, ກຳມາທິການວັດທະນະທຳ, ສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນຂອງສະພາແຫ່ງຊາດຫວຽດນາມຊຸດທີ 13 ໄດ້ດຳເນີນວາລະປະຊຸມຄັ້ງທີ 10 ເພື່ອປຶກສາຫາລື, ຮັບເອົາຄຳເຫັນປະກອບໃສ່ຮ່າງບົດລາຍງານອະພິປາຍ, ຮັບເອົາຄຳເຫັນປັບປຸງຮ່າງກົດໝາຍວ່າດ້ວຍການປົກປ້ອງ, ເບິ່ງແຍງດູແລ ແລະ ສຶກສາອົບຮົມເດັກ(ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍສື່ມວນຊົນ(ສະບັບປັບປຸງ). ນີ້ແມ່ນການປະກອບຄຳເຫັນເທື່ອສຸດທ້າຍໃສ່ ຮ່າງບົດລາຍງານອະພິປາຍ, ຮັບເອົາຄຳເຫັນປັບປຸງຮ່າງກົດໝາຍ 2 ສະບັບດັ່ງກ່າວ ກ່ອນທີ່ຈະຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ ແລະ ຕົກລົງ. ທ່ານເລດັກເລີມ ຫົວໜ້າຄະນະ ສ.ສ.ຊ ແຂວງບີງຖ້ວນ ໃຫ້ຮູ້ວ່າ : (ເທບ) “ ບັນຫາທີ່ຂ້າພະເຈົ້າສົນໃຈ ແມ່ນການສຶກສາອົບຮົມເດັກ. ເຖິງວ່າ ໄດ້ມີການອະພິປາຍ, ຮັບເອົາຄຳເຫັນແລ້ວກໍຕາມ, ແຕ່ຕາມຂ້າພະເຈົ້າແລ້ວ, ໃນຂອບເຂດປັບປຸງນັ້ນ, ຮ່າງກົດໝາຍຄວນເນັ້ນໜັກແຈ້ງກວ່າກ່ຽວກັບບົດບາດຂອງໂຮງຮຽນ ແລະ ບັນດາມາດຕາຕໍ່ໄປນັ້ນ ກໍຍົກໃຫ້ເຫັນແຈ້ງກວ່າເພື່ອໃຫ້ສັງຄົມສາມາດສົມທົບກັນເພື່ອເບິ່ງແຍງເດັກຢ່າງເຕັມສ່ວນ ”
TAG
vovworld/ສຶກສາ/ຊາວໜຸ່ມ
Related
More




