ປະຊາຊົນໃນທົ່ວປະເທດປາດຖະຫນາທ່ານປະທານປະເທດຄົນໃຫມ່ຈະເຮັດຈົນສຸດຄວາມສາມາດຂອງຕົນ
02/04/2016 08:59
(vovworld)- ພາຍຫລັງທ່ານພົນເອກ ເຈີນດ້າຍກວາງ ໄດ້ຮັບເລືອກຕັ້ງເປັນປະທານປະເທດ ດ້ວຍບັດເຫັນດີຢ່າງສູງ

ທ່ານປະທານປະເທດເຈີນດ້າຍກວາງ ພາບ:baogiaothong (vovworld)- ພາຍຫລັງທ່ານພົນເອກ ເຈີນດ້າຍກວາງ ໄດ້ຮັບເລືອກຕັ້ງເປັນປະທານປະເທດ ດ້ວຍບັດເຫັນດີຢ່າງສູງ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດສະແດງຄວາມປິຕິຊົມຊື່ນ ແລະເຊື່ອໝັ້ນຕໍ່ໝາກຜົນການປ່ອນບັດຂອງສະພາແຫ່ງຊາດ. ທ່ານເລວັນຄອຍ, ຜູ້ມີສິດເລືອກຕັ້ງ ນະຄອນ ໝີທໍ ແຂວງຕຽນຢາງ ຖືວ່າ: “ຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອເຫັນວ່າ ສະພາແຫ່ງຊາດໄດ້ເລືອກຕັ້ງທ່ານ ເຈີນດ້າຍກວາງ ເປັນປະທານປະເທດ. ຂ້າພະເຈົ້າປາດຖະຫນາວ່າ ທ່ານປະທານປະເທດ ຈະຕໍ່ສູ້ຢ່າງຂ້ຽວຂາດ ເພື່ອເຮັດແນວໃດປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດ, ມີບັນດາແຜນນະໂຍບາຍການພົວພັນພາຍໃນ ແລະ ການພົວພັນກັບຕ່າງປະເທດ, ສ້າງການພົວພັນອັນດີງາມກັບບັນດາປະເທດໃນໂລກ. ລະດົມກຳລັງໃຈທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຮ່ວມແຮງຮ່ວມໃຈເປັນຈິດຫນຶ່ງໃຈດຽວປົກປັກຮັກສາທະເລໝູ່ເກາະສັກກະລະບູຊາຂອງປະເທດຊາດ.” ທ່ານນາງ ຟານຕວຽດຍຸງ, ຢູ່ ນະຄອນ ໂຮ່ຈິມີນ ປາດຖະຫນາວ່າ ດ້ວຍຄຸນນະທາດດ້ານການເມືອງ ແລະ ປະສົບການຂອງການນຳ, ທ່ານປະທານປະເທດ ຈະອຸທິດສ່ວນຢ່າງເໝາະສົມໃຫ້ແກ່ການພັດທະນາຂອງປະເທດຊາດ. “ໂດຍແມ່ນປະຊາຊົນຜູ້ຫນຶ່ງ ຂ້າພະເຈົ້າປາດຖະຫນາວ່າ ທ່ານປະທານປະເທດ ພ້ອມກັບສະພາແຫ່ງຊາດ ແລະ ລັດຖະບານ ວາງອອກບັນດາມາດຕະການເພື່ອໃຫ້ປະເທດຊາດພັດທະນາກວ່າ, ໃນນັ້ນ ຊີວິດ ແລະ ສິດຜົນປະໂຫຍດຂອງປະຊາຊົນຈະໄດ້ຮັບປະກັນດີກວ່າ. ດ້ວຍຖານະຕຳແຫນ່ງໃຫມ່ ທ່ານປະທານປະເທດຈະຊີ້ນຳການຕ້ານໄພສໍ້ລາດບັງຫລວງຢ່າງຂ້ຽວຂາດກວ່າ, ເພື່ອເຮັດໃຫ້ກົງຈັກລັດປອດໃສ, ໝັ້ນຄົງເຂັ້ມແຂງ ແລະ ນຳປະເທດຊາດພັດທະນາກວ່າ.”
TAG
vovworld/ເລືອກຕັ້ງ
Related







