ປະທານາທິບໍດີ ອີຢີບ ເຊັນດຳລັດປະຕິບັດລັດຖະທຳມະນູນສະບັບໃຫມ່
27/12/2012 10:33
ວັນທີ 26/12, ປະທານາທິບໍດີ ອີຢີບ Mohamed Morsi ໄດ້ເຊັນດຳລັດປະຕິບັດລັດຖະທຳມະນູນສະບັບໃຫມ່

ປະທານາທິບໍດີ ອີຢີບ Mohamed Morsi ພາບ:internet (vovworld) -ວັນທີ 26/12, ປະທານາທິບໍດີ ອີຢີບ Mohamed Morsi ໄດ້ເຊັນດຳລັດປະຕິບັດລັດຖະທຳມະນູນສະບັບໃຫມ່ ພາຍຫລັງມື້ຫນຶ່ງທີ່ຄະນະກຳມະການເລືອກຕັ້ງສູງສຸດຂອງປະເທດນີ້ຮັບຮູ້ວ່າ ມີຈຳນວນຜູ້ອອກສະຫມັກຮັບເລືອກຕັ້ງຂອງອີຢີບ ເກືອບ 64% ໄດ້ເຂົ້າຮ່ວມມການລົງປະຊາມະຕິຜ່ານມາໄດ້ສະຫນັບສະຫນູນຮ່າງລັດຖະທຳມະນູນ. ລັດຖະທຳມະນູນສະບັບໃຫມ່ດັ່ງກ່າວຈະໄດ້ຮັບການປະກາດຜ່ານບັນດາຫນັງສືພິມຕົ້ນຕໍຂອງປະເທດນີ້. ໃນວັນດຽວກັນ, ສະພາສູງ ອີຢີບ ໂດຍກຳລັງອິດສະລາມຄວບຄຸມ ໄດ້ຈັດການປະຊຸມເພື່ອໃຫ້ສະມາຊິກໃຫມ່ 90 ທ່ານ ໂດຍທ່ານປະທານາທິບໍດີ Morsi ບົ່ງຕົວ ດຳເນີນພິທີສາບານຕົວຮັບຕຳແຫນ່ງ. ສະພາສູງຈະຮຽບຮຽງຮ່າງກົດໝາຍກ່ຽວກັບການເລືອກຕັ້ງອົງການນິຕິບັນຍັດເພື່ອຈັດຕັ້ງການເລືອກຕັ້ງສະພາຕຳ່ ຊຶ່ງຄາດວ່າດຳເນີນໄປໃນທ້າຍເດືອນ 2/2013.
TAG
ປະທານາທິບໍດີ ອີຢີບ
Related





