ປະທານາທິບໍດີ ປາແລັດສະຕິນ ຮຽກຮ້ອງໃຫ້ສາກົນສະກັດກັ້ນ ອິດສະລາແອັນ ກໍ່ຄວາມຮຸນແຮງປີນຂັ້ນໄດຢູ່ເຂດ ກາຊາ
14/11/2019 07:35
(VOVWORLD) - ວັນທີ 13 ພະຈິກ, ທ່ານປະທານາທິບໍດີ ປາແລັດສະຕິນ Mohamoud Abbas ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນສະກັດກັ້ນການກະທຳທີ່ເພີ່ມທະວີຄວາມຮຸນແຮງຂອງ ອິດສະລາແອັນ ຢູ່ເຂດ ກາຊາ.

ປະທານາທິບໍດີ ປາແລັດສະຕິນ ຮຽກຮ້ອງໃຫ້ສາກົນສະກັດກັ້ນ ອິດສະລາແອັນ ກໍ່ຄວາມຮຸນແຮງປີນຂັ້ນໄດຢູ່ເຂດ ກາຊາ (ພາບ: Reuter/TTXVN) ສຳນັກຂ່າວສານທາງການ WAFA (ປາແລັດສະຕິນ) ໄດ້ຄັດສະເໜີຄຳຖະແຫຼງຂອງທ່ານ Nabil Abu Rudeinah ໂຄສົກຂອງທ່ານ Abbas ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ປາແລັດສະຕິນ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ, ພິເສດແມ່ນສະຫະປະຊາຊາດ “ຈົ່ງແຊກແຊງ - ກໍ່ຄວາມກົດດັນ ເພື່ອໃຫ້ ອິດສະລາແອັນ ຢຸດຕິການບຸກໂຈມຕີໃສ່ປະຊາຊົນ ປາແລັດສະຕິນ ຢູ່ເຂດ ກາຊາ, ແລະ ເຄົາລົບກົດໝາຍສາກົນ.” ຖະແຫຼງການໄດ້ກ່າວເຕືອນກ່ຽວກັບການປີນຂັ້ນໄດນີ້ ຈະກໍ່ຄວາມຂາດສະຖຽນລະພາບໃນພາກພື້ນຢ່າງຮ້າຍແຮງ.
TAG
VOV/VOVworld/ປະທານາທິບໍດີ/ປາແລັດສະຕິນ/ອິດສະລາແອັນ/ເຂດ ກາຊາ
Related
More




