ປະທານປະເທດເຈືອງເຕີ້ນຊາງ ຕ້ອນຮັບອະດີດຜູ້ຊ່ຽວຊານກາຊັກສຖານ
10/07/2015 12:02
(vovworld)- ຕອນບ່າຍວັນທີ 10/7, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມເຈືອງເຕີ້ນຊາງ...

(vovworld)- ຕອນບ່າຍວັນທີ 10/7, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມເຈືອງເຕີ້ນຊາງ ໄດ້ໃຫ້ການຕ້ອນຮັບທ່ານ Tadiyev ອະດີດຜູ້ຊ່ຽວຊານ ກາຊັກສຖານ ຊຶ່ງໄດ້ຝຶກແອບນັກບິນໃຫ້ຫວຽດນາມໃນໄລຍະຕໍ່ສູ້ຕ້ານອາເມລິກາ ພ້ອມດ້ວຍຄອບຄົວຂອງທ່ານຊຶ່ງພວມຢ້ຽມຢາມຫວຽດນາມພາຍຫຼັງ 50 ປີ. ໃນການໂອ້ລົມ, ທ່ານປະທານປະເທດຫວຽດນາມເຈືອງເຕີ້ນຊາງຢືນຢັນວ່າ ຫວຽດນາມ ບໍ່ມີວັນທີ່ຫຼົງລືມຄຸນງາມຄວາມດີຂອງເພື່ອນມິດສາກົນ, ໃນນັ້ນມີບັນດາຜູ້ຊ່ຽວຊານໂຊຫວຽດ, ກາຊັກສຖານ. ທ່ານປະທານປະເທດຫວຽດນາມເຈືອງເຕີ້ນຊາງ ຫວັງວ່າ ບັນດາຜູ້ຊ່ຽວຊານ, ເພື່ອມິດສາກົນຈົ່ງກັບຄືນມາຢ້ຽມຢາມຫວຽດນາມເພື່ອເຫັນປະຈັກຕາການພັດທະນາຂອງຫວຽດນາມໃນວັນນີ້ ຊຶ່ງມີການປະກອບສ່ວນຂອງບັນດາຜູ້ຊ່ຽວຊານໃນໄລຍະທີ່ຫວຽດນາມປະສົບກັບຄວາມຫຍຸ້ງຍາກທີ່ສຸດ .
TAG
vovworld/ຊ່ຽວຊານ
Related





