ທ່ານນາງປະທານສະພາແຫ່ງຊ ຫງວຽນທິກິມເງິນ ຂຶ້ນກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ30 ປີແຫ່ງວັນສ້າງຕັ້ງແຂວງ ຟູ້ອຽນ ຄືນໃໝ່

ກ່ອນໜ້ານັ້ນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງແຂວງ ຟູ້ອຽນ ຄືນໃໝ່ 1/7/1989-1/7/2019) ແລະ ຕອ້ນຮັບຫຼຽນໄຊເອກະລາດຊັ້ນໜຶ່ງໂດຍປະທານປະເທດມອບໃຫ້.

ກ່າວຄຳເຫັນທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ :

“ ພື້ນຖານເສດຖະກິດຂອງແຂວງໃນຫຼາຍປີທີ່ຜ່ານມາ ໄດ້ບັນລຸລະດັບການເຕີບໂຕສູງພໍສົມຄວນ ແລະ ໄດ້ມີບາດກ້າວຫັນປ່ຽນຢ່າງແຂງແຮງຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ; ຂົງເຂດອຸດສາຫະກຳ, ການຄ້າ, ການບໍລິການ ນັບມື້ນັບຂະຫຍາຍຕົວ ແລະ ສ້າງມູນຄ່າເພີ່ມສູງ. ຊຸມປີມໍ່ໆມານີ້, ທາງແຂວງໄດ້ເອົາໃຈໃສ່ຂຸດຄົ້ນ ແລະ ພັດທະນາບັນດາຂະແໜງເສດຖະກິດທະເລຕິດພັນກັບການພັດທະນາການທ່ອງທ່ຽວໃຫ້ແຂງແຮງ, ອັນໄດ້ນຳມາເຊິ່ງບັນດາໝາກຜົນທີ່ດີ ແລະ ເປີດທິດກ້າວເດີນໃໝ່ໃນອະນາຄົດ ”