VOV WorldVOV World
ປະທານສະພາສູງ ຝລັ່ງ ຢ້ຽມຢາມ ຫວຽດນາມ
08/12/2022 08:04
(VOVWORLD) - ນອກຈາກການພົບປະກັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລ້ວ, ທ່ານປະທານສະພາສູງຝລັ່ງ Larcher ຈະເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ...
ປະທານສະພາສູງ ຝລັ່ງ ຢ້ຽມຢາມ ຫວຽດນາມ
ວັນທີ 8 ທັນວາ, ທ່ານ Gérard Larcher, ປະທານສະພາສູງ ຝລັ່ງ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ເປັນເວລາສອງວັນຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ.         ໃນການຢ້ຽມຢາມ, ນອກຈາກການພົບປະກັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລ້ວ, ທ່ານປະທານສະພາສູງຝລັ່ງ Larcher ຈະເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ພົບປະກັບບັນດາການນຳຂັ້ນສູງອື່ນ. ຄະນະຈະມີການແລກປ່ຽນກັບປະຊາຄົມວິສາຫະກິດ ຝລັ່ງ ແລະ ຢ້ຽມຢາມໜຶ່ງໃນບັນດາໂຄງການເສດຖະກິດພົ້ນເດັ່ນຂອງການພົວພັນ ຝລັ່ງ - ຫວຽດນາມ, ນັ້ນແມ່ນເສັ້ນທາງລົດໄຟເຂດຕົວເມືອງເລກ 3 ຂອງ ຮ່າໂນ້ຍ, ໂດຍ ຝລັ່ງ ອຸປະຖຳ ແລະ ແມ່ນບໍລິສັດຮ່ວມທຸລະກິດຂອງ ຝລັ່ງ ປະຕິບັດ. ທ່ານປະທານສະພາສູງ ຝລັ່ງ ຈະເຂົ້າຮ່ວມພິທີເປີດສະຫຼອງຮາກຖານໃໝ່ຂອງສະຖາບັນ ຝລັ່ງ ປະຈຳ ຮ່າໂນ້ຍ, ເຊິ່ງເປັນສະຖານທີ່ມີຄວາມເອກອ້າງທະນົງໃຈຍ້ອນມີສີສັນຂອງພື້ນຖານວັດທະນະທຳ ຝລັ່ງ ແລະ ຂອງປະຊາຄົມໃຊ້ພາສາ ຝລັ່ງ.         ນອກຈາກນັ້ນ,ທ່ານປະທານສະພາສູງຝລັ່ງ ຈະປຸກລະດົມກິດຈະກຳເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຝລັ່ງ - ຫວຽດນາມ (1973-2023).
TAG
VOV/VOVworld/ປະ​ທານ​ສະ​ພາ​ສູງ/ຝ​ລັ່ງ/ຢ້ຽມ​ຢາມ​