VOV WorldVOV World
ພິທີລະນຶກ 20 ປີ ແຫ່ງວັນສ້າງຕັ້ງແຂວງ Ninh Binh
30/03/2012 11:04
ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ຕີ​ລາ​ຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ໝາກຜົນ​ບັນລຸ​ໄດ້​ຂອງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ Ninh Binh
ພິທີລະນຶກ 20 ປີ ແຫ່ງວັນສ້າງຕັ້ງແຂວງ Ninh Binh
ພິທີລະ​ນຶກ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂວງ ​ Ninh Binh. ພາບ: thutuong.chinhphu.vn (vovworld) - ຕອນ​ເຊົ້າ​ວັນ​ທີ  30/3 ​ແຂວງ Ninh Binh ​ໄດ້​ຈັດ​ຕັ້ງພິທີລະ​ນຶກ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂວງ ​ແລະ 5 ​ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ນະຄອນ Ninh Binh.​ ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ຕີ​ລາ​ຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ໝາກຜົນ​ບັນລຸ​ໄດ້​ຂອງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ Ninh Binh  ພ້ອມ​ທັງ​ສະ​ເຫ​ນີ​ໃຫ້​ແຂວງ Ninh Binh  ຈົ່ງ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຢ່າງ​ມີ​ປະສິດທິ​ຜົນ.        
TAG
ສ້າງຕັ້ງແຂວງ