VOV WorldVOV World
ພິທີປະດັບຫລຽນກາມິດຕະພາບໃຫ້ແກ່ສາສະດາຈານ Michelle Guillou ຊາວ ຝລັ່ງ
24/01/2013 08:29
ວັນ​ທີ 23/1, ສະຖານທູດຫວຽດນາມ ປະຈຳ ຝລ່ັງ ​ໄດ້​ຈັດ​ຕັ້ງ​ພິທີ​ປະດັບ​ຫລຽນ​ກາ​ມິດຕະພາບ​​ໃຫ້​ແກ່​ສາ​ສະ​ດາ​ຈານ Michel Guillou
ພິທີປະດັບຫລຽນກາໃຫ້ສາສະດາຈານ Michel Guillou ພາບ:TTXVN (vovworld) - ວັນ​ທີ 23/1, ສະຖານທູດຫວຽດນາມ ປະຈຳ ຝລ່ັງ ​ໄດ້​ຈັດ​ຕັ້ງ​ພິທີ​ປະດັບ​ຫລຽນ​ກາ​ມິດຕະພາບ​​ໃຫ້​ແກ່​ສາ​ສະ​ດາ​ຈານ Michel Guillou ຍ້ອນ​ການປະກອບສ່ວນ​ຢ່າງ​ຕັ້ງຫນ້າຂອງ​ທ່ານ​ເຂົ້າ​ໃນ​ການ​ສ້າງ ​ແລະ ພັດທະນາ​ສາຍ​ພົວພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຶກສາ ​ແລະ ບຳລຸງ​ສ້າງ​ລະຫວ່າງ ຫວຽດນາມ ກັບ ສ. ຝລັ່ງ ​ແລະ ບັນດາ​ປະ​ເທດ​ສະມາຊິກ​ປະຊາ​ຄົມ​ບັນດາ​ປະ​ເທດ​ໃຊ້​ພາສາ​ຝລັ່ງ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ ​ເຢືອງຈີ​ຢູງ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ​ສາ​ສະ​ດາ​ຈານ Michel Guillou ທີ່​ມີ​ຕໍ່​ພາລະກິດ​ສຶກສາ ​ແລະ ພັດທະນາ ພາສາ​ຝລັ່ງ ຢູ່ ຫວຽດນາມ. ທ່ານ​ຢູງ ກ່າວ​ວ່າ:        
TAG
ຫລຽນກາ