ພິທີຊົມເຊີຍຜົນສຳເລັດຂອງວຽກງານ ປັກຫລັກໝາຍຖີ່, ບູລະນະຫລັກໝາຍ ຊາຍແດນຫວຽດນາມ-ລາວ ຢູ່ພື້ນທີ່ຕົວຈິງ
09/07/2013 07:44
.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ ຢູ່ຫລັກໝາຍເລກ 460 ພາບ:truongtansang.net (vovworld)- ຕອນເຊົ້າວັນທີ 9/7 ຢູ່ດ່ານສາກົນແທງຖູຍແຂວງເຫງະອານຂອງຫວຽດນາມ ແລະ ນ້ຳອອນແຂວງບໍລິຄຳໄຊຂອງລາວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ ໄດ້ເປັນປະທານຮ່ວມພິທີຊົມເຊີຍຜົນສຳເລັດຂອງວຽກງານປັກຫລັກໝາຍຖີ່, ບູລະນະຫລັກໝາຍຊາຍແດນສອງປະເທດໃນພື້ນທີ່ຕົວຈິງ ແລະ ເປີດສະຫຼອງຫຼັກໝາຍໃຫ່ຍເລກທີ 460. ພາຍຫລັງຜັນຂະຫຍາຍໂຄງການປັກຫລັກໝາຍຖີ່ ແລະ ບູລະນະຫລັກໝາຍຊາຍແດນ ຫວຽດນາມ - ລາວ, ລາວ - ຫວຽດນາມ, ສອງຝ່າຍໄດ້ກໍ່ສ້າງລະບົບຫລັກໝາຍຊາຍແດນດ້ວຍ 835 ຫລັກໝາຍ ເຮັດດ້ວຍຫີນແກ້ວຢ່າງຖາວອນຢູ່ 793 ຈຸດທີ່ຕັ້ງ ແລະ ປັກຫລັກໝາຍບອກທິດເພີ່ມ 20 ຫລັກໝາຍຢູ່ເຂດຊາຍແດນມີຄວາມຍາວ 2.067 ກິໂລແມັດ. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ເນັ້ນໜັກວ່າ: ວຽກງານປັກຫລັກໝາຍຖີ່, ບູລະນະຫລັກໝາຍຊາຍແດນສອງປະເທດຫວຽດນາມ-ລາວ ແມ່ນສັນຍາລັກຂອງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດ, ບໍລິສຸດຜຸດຜ່ອງລະຫວ່າງຫວຽດນາມ-ລາວ, ສະແດງໃຫ້ເຫັນຄວາມເປັນເອກະພາບຢ່າງສູງ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນລະຫວ່າງການນຳທຸກຂັ້ນ ແລະ ປະຊາຊົນສອງປະເທດ. ເລື່ອງປະຕິບັດວຽກງານປັກຫລັກໝາຍຖີ່, ບູລະນະລະບົບຫລັກໝາຍຊາຍແດນສອງປະເທດຈະສ້າງເງື່ອນໄຂສະດວກໃຫ້ແກ່ວຽກງານຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ທ່ອງທ່ຽວ….ປະກອບສ່ວນປັບປຸງຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເນັ້ນຫນັກວ່າ:
TAG
ປັກຫລັກໝາຍ
Related
More




