VOV WorldVOV World
ຜັນຂະຫຍາຍບັນ ດາການເຄື່ອນໄຫວ ຈັດຕັ້ງ​ບຸນປີ​ໃໝ່​ປະຈຳ​ຊາດ ໃຫ້ແກ່ຄົນທຸກຍາກ
06/01/2012 10:26
ຫຼາຍທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ພວມ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວຈັດຕັ້ງ​ບຸນປີ​ໃໝ່​ປະຈຳ​ຊາດ
ຜັນຂະຫຍາຍບັນ ດາການເຄື່ອນໄຫວ ຈັດຕັ້ງ​ບຸນປີ​ໃໝ່​ປະຈຳ​ຊາດ ໃຫ້ແກ່ຄົນທຸກຍາກ
ເອົາ​ໃຈ​ໃສ່​​ໃນ​ການຈັດຕັ້ງ​ບຸນປີ​ໃໝ່​ປະຈຳ​ຊາດ ໝາຍ​ເຖິງ​ບຸນ​ເຕັດ​ໃຫ້​ແກ່​ຜູ້​ທຸກ​ຍາກ, ຜູ້​ມີ​ລາຍ​ຮັບ​ຕ່ຳ ​ແມ່ນ​ມູນ​ເຊື້ອ​ຂອງ​ຊາດຫວຽດນາມ​ໃນ​ທຸກ​ປີ​ທີ່​ບຸນ​ເຕັດ​ວຽນມາ. ​ໃນ​ຊຸມ​ມື້​ນີ້, ຫຼາຍທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ ພວມ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ນີ້​​ເປັນຢ່າງ​ດີ. ດ້ວຍ​ຈຸດໝາຍ “ຮັບປະກັນ​ໃຫ້​ທຸກ​ຄອບຄົວ​ໄດ້​ຕ້ອນຮັບ​ບຸນ​​ເຕັດ” ນັ້ນ, ຄະນະ​ກຳມະການ ປະຊາຊົນ​ນະຄອນ​ດ່າ​ນັງ ​ໄດ້​ສະຫງວນ​ເງິນຈຳນວນ​​ເກືອບ 20 ຕື້​ດົ່ງ​ເພື່ອ​ລົງ​ຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງຂວັນ​ໃຫ້​ແກ່​ເກືອບ 7000 ຄອບຄົວ​ທຸກ​ຍາກ ​ແລະ​ບັນດາ​ເປົ້າໝາຍ​ປະສົບ​ກັບ​ຄວາ​ມຫຍຸ້ງຍາກ​ໃນ​ບໍລິ​ເວນ​ນະຄອນ. ສ່ວນ ຄະນະ​ກຳມະການ ປະຊາຊົນ​​ແຂວງ​ກອນ​ຕູມ​ຫາ​ກໍ​ຕົກລົງ​ສະຫງວນ​ຈຳນວນ​ເງິນ​ກ່ວາ 3 ຕື້ 200 ລ້ານ​ດົ່ງ​​ເພື່ອ​ເອົາ​ໃຈ​ໃສ່​ເບີ່​ງ​ແຍງ​ໃຫ້​ບັນດາ​ເປົ້າໝາຍ​ໄດ້​ຊົມ​ໃຊ້​ສະຫວັດ​ດີກາ​ນສັງຄົມຢູ່​ທ້ອງ​ຖິ່ນ. ນອກ​ຈາກນັ້ນ​ແລ້ວ, ທາງ​ແຂວງ​ກໍ​ສະຫງວນ​​ເງິນຈຳນວນ​​ນັບ​ຮ້ອຍ​ລ້ານ​ດົ່ງ ​ເພື່ອ​ລົງ​ຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງຂວັນ​ໃຫ້​ກ່ວາ 70 ຄອບຄົວ​ທະຫານເສຍ​ອົງຄະ, ນັກຮົບ ເສຍສະຫຼະຊີວິດ​ເພື່ອ​ຊາດ, ​ແມ່​ຫວຽດນາມ​ວິລະ​ຊົນ… ທ່ານ​ຫງວຽນ​ຈູງ​ທ້ວນ ຮອງ​ຫົວໜ້າ​ພະ​ແນ​ກ​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ​ສັງຄົມ​ແຂວງ​ກອນ​ຕູມ​ໃຫ້​ຮູ້​ວ່າ:      “