ປ່ຽນໃຫມ່ວຽກງານຂົນຂວາຍປະຊາຊົນສ້າງຄວາມໄວ້ເນື້ອເຊື່ອໃຈໃນສັງຄົມ
15/07/2013 10:03
(vovworld)- ວັນທີ 15/7, ຄະນະຂົນຂວາຍປະຊາຊົນສູນກາງ ໄດ້ຈັດຕັ້ງກອງປະຊຸມໂດຍກົງທາງເຄືອຂ່າຍອິນເຕີແນດກັບ 63 ແຂວງ, ນະຄອນ

ພາບປະກອບ:internet (vovworld)- ວັນທີ 15/7, ຄະນະຂົນຂວາຍປະຊາຊົນສູນກາງ ໄດ້ຈັດຕັ້ງກອງປະຊຸມໂດຍກົງທາງເຄືອຂ່າຍອິນເຕີແນດກັບ 63 ແຂວງ, ນະຄອນໃນທົ່ວປະເທດ ກ່ຽວກັບວຽກງານຂົນຂວາຍປະຊາຊົນ ໃນ 6 ເດືອນຕົ້ນປີ, ຜັນຂະຫຍາຍຫນ້າທີ່ 6 ເດືອນທ້າຍປີ 2013. ໃນ 6 ເດືອນຕົ້ນປີ, ການແລກປ່ຽນຂໍ້ມູນຂ່າວສານ, ຈັດຕັ້ງກອງປະຊຸມເປັນປະຈຳຕາມການກຳນົດລະຫວ່າງ ຄະນະຂົນຂວາຍປະຊາຊົນ ກັບແນວໂຮມປະເທດຊາດ ແລະ ໝູ່ມະຫາຊົນ ຈາກສູນກາງລົງຮອດຮາກຖານສືບຕໍ່ໄດ້ຮັບການຮັກສາ. ໃນໄລຍະຈະມາເຖິງ, ຄະນະຂົນຂວາຍປະຊາຊົນສູນກາງ ສືບຕໍ່ເປັນເສນາທິການໃຫ້ແກ່ສູນກາງ, ຄະນະພັກ ເພື່ອສຸມໃສ່ຊີ້ນຳການຊາບຊືມ, ຜັນຂະຫຍາຍ, ໂຄສະນາ ແລະ ສ້າງໂຄງການດຳເນີນງານ ໃນການປະຕິບັດມະຕິ “ເພີ່ມທະວີ ແລະ ປ່ຽນໃຫມ່ການນຳພາຂອງພັກສຳລັບວຽກງານຂົນຂວາຍປະຊາຊົນໃນສະພາບການໃຫມ່; ຜັນຂະຫຍາຍການປະຕິບັດບັນດາຂໍ້ສະຫລຸບ, ຄຳສັ່ງຂອງສູນກາງກ່ຽວກັບວຽກງານຂົນຂວາຍປະຊາຊົນ, ຊົນເຜົ່າ, ສາສະຫນາ.ທ່ານ ຫງວຽນຫືວເລີ້ຍ, ຮອງເລຂາຄະນະພັກນະຄອນ ເກີນເທີ ຖືວ່າ:
TAG
ຂົນຂວາຍ
Related





