(ພາບ: Xinhua)

ຕາມ KCNA ແລ້ວ, ໃນງານລ້ຽງເມື່ອຕອນທ່ຽງວັນທີ 21 ມິຖຸນາ ຊື່ງແມ່ນມື້ສຸດທ້າຍໃນການຢ້ຽມຢາມ ສປປ.ເກົາຫຼີ ຂອງປະທານປະເທດຈີນ ສີຈີ້ນຜິງ, ການນຳສອງທ່ານໄດ້ປຶກສາຫາລືບັນດາແຜນການເພື່ອແນໃສ່ເພີ່ມທະວີການພົວພັນສອງຝ່າຍ, ກໍ່ຄືເຕື້ອງເຖິງ “ບັນດານະໂຍບາຍຕົ້ນຕໍພາຍໃນ ແລະ ຕ່າງປະເທດ” ຂອງແຕ່ລະປະເທດ. ນອກຈາກນັ້ນແລ້ວ, ການນຳ Kim Jong-un ແລະ ປະທານປະເທດຈີນ ສີຈີ້ນຜິງ ຍັງໄດ້ແລກປ່ຽນທັດສະນະກ່ຽວກັບບັນດາບັນຫາພາຍໃນປະເທດ ແລະ ສາກົນຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ຂ່າວດັ່ງກ່າວຂອງ KCNA ໄດ້ຍົກອອກມາບໍ່ດົນ ພາຍຫຼັງທີ່ທ່ານປະທານປະເທດຈີນ ສີຈີ້ນຜິງ ສີ້ນສຸດການຢ້ຽມຢາມ ສປປ.ເກົາຫຼີ. ໃນການພົບປະເຈລະຈາເມື່ອວັນທີ 20 ມິຖຸນາທີ່ນະຄອນຫຼວງພຽງຢາງ, ການນຳສອງທ່ານໄດ້ເຫັນດີເປັນເອກະສັນຈະປັບປຸງການພົວພັນສອງຝ່າຍເພື່ອສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ.