ສະເຫຼີມ ສະຫຼອງ 62 ປີ ແຫ່ງວັນມູນເຊື້ອນັກຮຽນ, ນັກສຶກສາ
09/01/2012 10:57
ງານໂຮມຊຸມນຸມມິດຕິງສະເຫຼີມ ສະຫຼອງ 62 ປີ ແຫ່ງວັນມູນເຊື້ອນັກຮຽນ, ນັກສຶກສາ ທີ 9/1 ຖືກຈັດຂຶ້ນຢູ່ຮ່າໂນ້ຍ

ຕອນຄໍ່າວັນທີ 8 ມັງກອນ, ໃນຂອບເຂດລາຍການ Festival ນະຄອນຫຼວງຮ່າໂນ້ຍ ຄັ້ງທີ 2, ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນນະຄອນຮ່າໂນ້ຍ ໄດ້ຈັດງານໂຮມຊຸມນຸມມິດຕິງສະເຫຼີມ ສະຫຼອງ 62 ປີ ແຫ່ງວັນມູນເຊື້ອນັກຮຽນ, ນັກສຶກສາ ( ຄືວັນທີ 9 ມັງກອນ ). ໃນພິທີມິດຕິງ, ທ່ານເລຂາຄະນະຊາວໜຸ່ມນະຄອນຮ່າໂນ້ຍ ງໍ້ຢູຍຫຽວໄດ້ຢືນຢັນວ່າ, ຜ່ານ 62 ປີແຫ່ງການກໍ່ສ້າງ ແລະ ເຕີບໃຫຍ່, ຂະບວນການຂອງນັກຮຽນ, ນັກສຶກສາຫວຽດນາມເວົ້າລວມ ແລະ ນັກຮຽນ, ນັກສຶກສານະຄອນຫຼວງເວົ້າສະເພາະ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ສືບທອດມູນເຊື້ອອັນສະຫງ່າລາສີຂອງລຸ້ນພໍ່ລຸ້ນອ້າຍ. ທ່ານງໍ້ຢູຍຫຽວ ໃຫ້ຮູ້ວ່າ, ໃນໂອກາດນີ້ຄະນະຊາວໜຸ່ມຮ່າໂນ້ຍໄດ້ປຸກລະດົມຂະບວນການແຂ່ງຂັນມຸ່ງໄປສູ່ກອງປະຊຸມໃຫຍ່ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນຂັ້ນຕ່າງໆ ແລະ ປີແຫ່ງຄວາມປອດໄພທາງຄົມມະນາຄົມ 2012. ທ່ານງໍ້ຢູຍຫຽວເວົ້າວ່າ:
Related





