VOV WorldVOV World
ຊາວນະຄອນຫລວງຮ່າໂນ້ຍສັ່ງລາພົນເອກຫວໍ້ງວຽນຢາບ
13/10/2013 10:33
(vovworld)- ພາຍຫລັງ​ອອກ​ຈາກ​ຫໍ​ຈັດ​ພິທີ​ງານ​ສົບ​ແຫ່ງ​ຊາດ, ຂະ​ບວນລົດ​ນຳ​ສົ່ງ​ໂລງ​ສົບ​ພົ​ນ​ເອກ ຫວໍ້​ງວຽນ​ຢາ​ບ ​ໄປ​ຜ່ານ​ສາຍ​ທາງ​ຕ່າ​ງໆ
ຊາວນະຄອນຫລວງຮ່າໂນ້ຍສັ່ງລາພົນເອກຫວໍ້ງວຽນຢາບ
(vovworld)-  ພາຍຫລັງ​ອອກ​ຈາກ​ຫໍ​ຈັດ​ພິທີ​ງານ​ສົບ​ແຫ່ງ​ຊາດ, ຂະ​ບວນລົດ​ນຳ​ສົ່ງ​ໂລງ​ສົບ​ພົ​ນ​ເອກ ຫວໍ້​ງວຽນ​ຢາ​ບ ​ໄປ​ຜ່ານ​ສາຍ​ທາງ​ຕ່າ​ງໆ​ຄື​: ​ເຈີ​ນ​ແທງ​ຕົງ, ຈາງ​ຕຽນ, ຮ່າງ​ໄຄ, ຈາງ​ທີ, ດ້ຽນບຽນ​ຝູ, ຮ່ວາງ​ຢ້ຽວ… ​​ໄປ​ເຖິງ​ສະຫນາມ​ບິນ​ສາກົນ ​ໂນ້ຍບາຍ. ການ​ສັ່ງ​ລາ​ ພົ​ນ​ເອກ ຫວໍ້​ງວຽນ​ຢາ​ບ ຂອງ​ຊາວ​ນະຄອນຫລວງ ຮ່າ​ໂນ້ຍ  ​ເຕັມ​ໄປ​ດ້ວຍ​ຄວາມ​ຕື້ນ​ຕັນໃຈ​ທີ່​ສຸດ. ຊາວນະຄອນຫລວງ ຮ່າໂນ້ຍ ສັ່ງລາພົນເອກຫວໍ້ງວຽນຢາບ ພາບ:baomoi.com         ນັບ​ແຕ່​ຮຸ່ງ​ເຊົ້າ ຢູ່​ລຽບ​ຕາມ​ຖະຫນົນ 12 ສາຍ ຢູ່​ນະຄອນຫລວງ ຮ່າ​ໂນ້ຍ ບ່ອນ​ທີ່​ຂະ​ບວນລົດ​ນຳ​ສົ່ງ​ໂລງ​ສົບ​ໄປ​ຜ່ານ, ຊາວ​ຮ່າ​ໂນ້ຍທຸກ​ຊັ້ນ​ວັນນະ ​ແລະ ປະຊາຊົນ​ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ ​ໄດ້​ຢືນ​​ເປັນ​ລະບຽບ​ຮຽບຮ້ອຍຢູ່​ສອງ​ຟາກ​ທາງ​. ມີ​ຫລາຍ​ຄົນ​ນຳ​ເອົາ​ຮູບ​ພາບ​ພົນ​ເອກ ພົ​ນ​ເອກ ຫວໍ້​ງວຽນ​ຢາ​ບ, ຮູບ​ພາບ​ປະ​ທານ​ໂຮ່ຈິ​ມີນ ​ແລະ ທຸງຊາດ, ດອກ​ໄມ້​ ລໍຖ້າ​ເພື່ອ​ສັ່ງ​ລາ​ ພົ​ນ​ເອກ ຫວໍ້​ງວຽນ​ຢາ​ບຄັ້ງ​ສຸດ​ທ້າຍ. ທ່ານ ຟ້າ​ມວັນ​ເລີມ ຢູ່​ ຕາ​ແສງ ກວານ​ແທງ ​ເມືອງ ບາ​ດີງ ຮ່າ​ໂນ້ຍ ຮູ້ສຶກ​ທຸກ​​ໂສກ​ເສຍດາຍ​ທີ່​ສຸດ ນຳ້ຕາ​ໄຫລ​ອອກ​ເມື່ອ​ລົດ​ນຳ​ສົ່ງ​ໂລງ​ສົບ​ ພົ​ນ​ເອກ ຫວໍ້​ງວຽນ​ຢາ​ບ​ໄປ​ຜ່ານ.        
TAG
vovworld/vov/ສັ່ງລາ/ພົນເອກ/ຟາກທາງ