ສະເຫລີມສະຫລອງ 67 ປີ ແຫ່ງວັນສ້າງຕັ້ງ ກອງທັບປະຊາຊົນຫວຽດນາມ
22/12/2011 15:05
ໃນ 67 ປີ ຜ່ານມາ, ກອງທັບປະຊາຊົນຫວຽດນາມ ໄດ້ຕໍ່ສູ້, ເຕີບໂຫຍ່ ແລະ ນັບມື້ນັບຢັ້ງຢືນໃຫ້ເຫັນກົກເຄົ້າ, ຄຸນນະທາດຂອງກອງທັບປະຊາຊົນຫວຽດນາມ

ວັນທີ 22/12 ແມ່ນວັນສະເຫລີມສະຫລອງ 67 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ, 22 ປີ ແຫ່ງວັນທົ່ວປວງຊົນປ້ອງກັນຊາດ. ໃນ 67 ປີ ຜ່ານມາ, ກອງທັບປະຊາຊົນຫວຽດນາມ ໄດ້ຕໍ່ສູ້, ເຕີບໂຫຍ່ ແລະ ນັບມື້ນັບຢັ້ງຢືນໃຫ້ເຫັນກົກເຄົ້າ, ຄຸນນະທາດຂອງກອງທັບປະຊາຊົນຫວຽດນາມ ຊຶ່ງແມ່ນກອງທັບພາຍໃຕ້ການນຳພາຂອງ ພັກ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ກອງທັບປະຊາຊົນຫວຽດນາມ ໄດ້ພ້ອມກັບຊາດສ້າງເປັນຜົນງານວິລະກຳຢ່າງພິລະອາດຫານໃນການຕໍ່ສູ້ປົດປ່ອຍປະເທດຊາດ, ທ້ອນໂຮມປະເທດເປັນເອກະພາບ. ເນື່ອງໃນໂອກາດນີ້, ຫນັງສືພີມ Quan doi nhan dan ສຽງຂອງກອງທັບປະຊາຊົນຫວຽດນາມ ໄດ້ມີບົດນຳພາຍໃຕ້ຫົວຂໍ້ວ່າ:
Related
More




