ສະຫະປະຊາຊາດ ຈັດກອງປະຊຸມກ່ຽວກັບ ບັນຫາ ຊີຣີ
29/02/2012 10:07
ທ່ານ ນາງ NaviPilay ຂ້າຫລວງໃຫຍ່ ສປຊ ກ່ຽວກັບສິດທິມະນຸດ ໄດ້ກ່າວປະນາມບັນດາການລະເມີດສິດທິມະນຸດຢູ່ປະຊິຣີ

ສປຊ ຈັດກອງປະຊຸມກ່ຽກັບ ຊີຣີ ພາບປະກອບຈາກ internet (vovworld) - ທີ່ວາລະປະຊຸມສະເພາະກ່ຽວກັບ ຊີຣີໃນຂອບເຂດສະໄຫມປະຊຸມຄັ້ງທີ 19 ສະພາສິດທິມະນຸດສະຫະປະຊາຊາດ (ສປຊ) ດຳເນີນຢູ່ ເຊີແນວ ປະເທດສະວິດ, ທ່ານ ນາງ NaviPilay ຂ້າຫລວງໃຫຍ່ ສປຊ ກ່ຽວກັບສິດທິມະນຸດ ໄດ້ກ່າວປະນາມບັນດາການລະເມີດສິດທິມະນຸດຢູ່ປະເທດຕາເວັນອອກກາງນີ້ ແລະ ສະເຫນີວ່າຄວນຍົກ ບັນຫາ ຊີຣີ ຂຶ້ນສານອາຍາສາກົນ. ທ່ານນາງ NaviPillay ບໍ່ປະຕິເສດບັນດາບາດກ້າວອັນຖືກຕ້ອງຂອງລັດຖະບານ ຊີຣີໃນການແກ້ໄຂສະພາບປະທະກັນຢ່າງນອງເລືອດຢູ່ຊີຣີ ແຕ່ຕາມທ່ານນາງແລ້ວ, ບັນດາຄວາມມານະພະຍາຍາມນັ້ນ ຍັງບໍ່ທັນພຽງພໍ. ທ່ານນາງ NaviPillay ຖືວ່າ: ສິ່ງຈຳເປັນຕ້ອງເຮັດ ນັ້ນແມ່ນຢຸດຕິສະພາບປະທະກັນຢູ່ ຊີຣີ ແລະ ຮຽກຮ້ອງໃຫ້ປະຊາຄົມສາໂລກເປັນເອກະພາບເພື່ອສົ່ງສານຢ່າງແຂງແຮງເຖິງອຳນາດການປົກຄອງຂອງປະທານາທິບໍດີ An At sat ເພື່ອຫັນສິ່ງດັ່ງກ່າວປະກົດຜົນເປັນຈິງ. ໂຕ້ຕອບຄຳຕຳນິຕິຕຽນຂອງທ່ານນາງ NaviPillay, ທ່ານ Faysal Khabbaz Hamoui ເອກອັກຄະລັດຖະທູດ ຊີຣີ ປະຈຳ ສປຊ ໄດ້ຖະແຫລງ ຈະຖອນອອກຈາກກອງປະຊຸມເພື່ອສະແດງການຄັດຄ້ານຕໍ່ວາລະປະຊຸມຄັ້ງນີ້.
TAG
ບັນຫາຊີຣີ
Related





