VOV WorldVOV World
ສະຫະປະຊາຊາດ ຊອກຫາວິທີແກ້ໄຂວິກິດການດ້ານການເມືອງຢູ່ ໂບລີເວຍ
18/11/2019 07:39
(VOVWORLD) - ວັນທີ 17 ພະຈິກ, ທ່ານ Jean Arnault, ທູດພິເສດຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ພົບປະກັບທ່ານ Jeanine Anez ປະທານາທິບໍດີ ຊົ່ວຄາວ ໂບລີເວຍ ເພື່ອຊອກຫາວິທີແກ້ໄຂໃຫ້ແກ່ປະເທດນີ້ ພົ້ນອອກຈາກວິກິດການດ້ານການເມືອງ.
ສະຫະປະຊາຊາດ ຊອກຫາວິທີແກ້ໄຂວິກິດການດ້ານການເມືອງຢູ່ ໂບລີເວຍ
ສະຫະປະຊາຊາດໄດ້ສະແດງຄວາມວິຕົກກັງວົນເປັນຫລາຍຄັ້ງກ່ຽວກັບສະພາບການຢູ່ ໂບລີເວຍ ຊຶ່ງອາດຈະຢູ່ນອກຂອບເຂດການຄວບຄຸມ.  ສະຫະປະຊາຊາດ ຊອກຫາວິທີແກ້ໄຂວິກິດການດ້ານການເມືອງຢູ່ ໂບລີເວຍ (ພາບ: AFP/TTXVN)         ພາຍຫລັງການພົບປະກັບທ່ານປະທານາທິບໍດີ ໂບລີວີ ຊົ່ວຄາວ ແລ້ວ, ທ່ານ Jean Arnault, ທູດພິເສດຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດຫວັງວ່າ ອົງການນີ້ ອາດຈະປະກອບເຂົ້າໃນວິວັດທະນາເປັນປົກກະຕິໂດຍໄວ ເພື່ອຈັດຕັ້ງການເລືອກຕັ້ງໃໝ່, ພາຍຫລັງທ່ານປະທານາທິບໍດີ Evo Morales ລາອອກຈາກຕຳແໜ່ງ ແລະ ອາໄສພັກຖິ່ນຢູ່ ເມັກຊີໂກ.
TAG
VOV/VOVworld/ສະຫະປະຊາຊາດ/ການເມືອງ/ໂບລີເວຍ