ສະມາຊິກພັກກອມມູນິດຫວຽດນາມຢູ່ຮົງກົງແລະມາເກົາເຊື່ອໝັ້ນຜົນສຳເລັດຂອງກອງປະຊຸມໃຫຍ່ຂອງພັກ
28/01/2016 08:41
(vovworld) – ສະມາຊິກພັກກອມມູນິດ ຫວຽດນາມ ຢູ່ ຮົງກົງ ແລະ ມາເກົາ ເຊື່ອໝັ້ນຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ

(ທ່ານ ຮ່ວາງຈີ໋ຈູງ, ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳເຂດບໍລິຫານພິເສດ ຮົງກົງ ແລະ ມາເກົາ) (vovworld) – ສະມາຊິກພັກກອມມູນິດ ຫວຽດນາມ ຢູ່ ຮົງກົງ ແລະ ມາເກົາ ເຊື່ອໝັ້ນຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ນັ້ນແມ່ນຄຳຢືນຢັນຂອງທ່ານ ຮ່ວາງຈີ໋ຈູງ, ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳເຂດບໍລິຫານພິເສດ ຮົງກົງ ແລະ ມາເກົາ ຂຶ້ນກັບສາທາລະນະລັດປະຊາຊົນ ຈີນ ໃນການຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ເມື່ອວັນທີ 28/01/2016, ຂະນະທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກກອມມູນິດ ຫວຽດນາມ ຫາກໍ່ສິ້ນສຸດລົງ. ທ່ານ ຮ່ວາງຈີ໋ຈູງ ໃຫ້ຮູ້ວ່າ: ພະນັກງານ, ສະມາຊິກພັກບັນດາອົງການຕາງໜ້າຂອງ ຫວຽດນາມ ປະຈຳ ຮົງກົງ ແລະ ມາເກົາ ຍາມໃດກໍ່ເອົາໃຈໃສ່ຕິດຕາມການຜັນແປ ແລະ ໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ່ 12 ຂອງພັກກອມມູນິດ ຫວຽດນາມ ທີ່ດຳເນີນຢູ່ ຮ່າໂນ້ຍ ໃນລະຫວ່າງວັນທີ 21 – 28/01/2016. ທ່ານ ຮ່ວາງຈີ໋ຈູງ ເນັ້ນໜັກວ່າ: “ ບັນດາສະມາຊິກພັກ ມີຄວາມພາກພູມໃຈທີ່ສຸດຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່. ກອງປະຊຸມໃຫຍ່ຂອງພັກໄດ້ມີບັນດາລັດຖະນະໂຍບາຍ, ອອກມະຕິເພື່ອນຳປະເທດ ຫວຽດນາມ ພັດທະນາຢ່າງວ່ອງໄວກ່ວາ, ດ້ວຍລະດັບຄວາມໄວສູງກ່ວາ ແລະ ໄດ້ສ້າງແຜນການໃຫ້ເປົ້າໝາຍນີ້ ໃນ 5 ປີຈະມາເຖິງ. ຄະນະການນຳໃໝ່ດ້ວຍແນວທາງສືບຕໍ່ຍູ້ແຮງການປ່ຽນໃໝ່ຮອບດ້ານ ຈະນຳປະເທດ ຫວຽດນາມ ກາຍເປັນປະເທດອຸດສາຫະກຳໂດຍໄວ”. ແລະກໍ່ຕາມທ່ານ ຮ່ວາງຈີ໋ຈູງ, ກ່ອນທີ່ດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກກອມມູນິດ ຫວຽດນາມ, ພະນັກງານ, ສະມາຊິກພັກບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ຮົງກົງ ແລະ ມາເກົາ ໄດ້ປະກອບຄຳເຫັນຢ່າງຕັ້ງໜ້າ ເຂົ້າບັນດາຮ່າງເອກະສານກອງປະຊຸມໃຫຍ່ຂອງພັກ ແລະ ວາງແຜນການຜັນຂະຫາຍມະຕິກອງປະຊຸມໃຫຍ່ ໃນໄລຍະຈະມາເຖິງ.
TAG
vov/vovworld/ສະມາຊິກພັກ
Related





