ສະພາແຫ່ງຊາດພິຈາລະນາພົ້ນບາງຕຳແຫນ່ງການນຳຂອງສະພາແຫ່ງຊາດ
02/04/2016 08:56
(vovworld)-ໃນວາລະປະຊຸມຕອນເຊົ້າວັນທີ 2/4, ພາຍຫລັງສຳເລັດວຽກງານເລືອກຕັ້ງປະທານປະເທດ

ພາບປະກອບ:baogiaothong (vovworld)-ໃນວາລະປະຊຸມຕອນເຊົ້າວັນທີ 2/4, ພາຍຫລັງສຳເລັດວຽກງານເລືອກຕັ້ງປະທານປະເທດ, ສະພາແຫ່ງຊາດໄດ້ຮັບຟັງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ລາຍງານໃບສະເຫນີກ່ຽວກັບການພົ້ນຕຳແຫນ່ງຮອງປະທານສະພາແຫ່ງຊາດ, ກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານສະພາຊົນເຜົ່າຂອງສະພາແຫ່ງຊາດ, ຫົວຫນ້າບັນດາກຳມາທິການຂອງສະພາແຫ່ງຊາດ ແລະ ຫົວຫນ້າອົງການກວດສອບແຫ່ງລັດ. ຕອນບ່າຍວັນດຽວກັນ, ສະພາແຫ່ງຊາດຮັບຟັງຄະນະປະຈຳສະພາແຫ່ງຊາດ ລາຍງານໝາກຜົນການປຶກສາຫາລືຢູ່ຄະນະສະມາຊິກສະພາແຫ່ງຊາດ ແລະ ອະພິປາຍ, ຮັບເອົາຄຳເຫັນຂອງສະມາຊິກສະພາແຫ່ງຊາດກ່ຽວກັບການພົ້ນຕຳແຫນ່ງຮອງປະທານສະພາແຫ່ງຊາດ, ສະມາຊິກຄະນະປະຈຳສະພາແຫ່ງຊາດຈຳນວນຫນຶ່ງ, ປະທານສະພາຊົນເຜົ່າ, ຫົວຫນ້າບັນດາກຳມາທິການຂອງສະພາແຫ່ງຊາດ, ຫົວຫນ້າອົງການກວດສອບແຫ່ງລັດ ແລະ ປ່ອນບັດປິດລັບພົ້ນຕຳແຫນ່ງ ແລະ ລົງຄະແນນສຽງຮັບຮອງເອົາມະຕິກ່ຽວກັບການພົ້ນບັນດາຕຳແຫນ່ງດັ່ງກ່າວ.
TAG
vovworld/ຄະນະປະຈຳສະພາແຫ່ງຊາດ
Related






