ສະພາແຫ່ງຊາດປຶກສາຫາລືບົດລາຍງານອາຍຸການຂອງປະທານປະເທດ,ລັດຖະບານແລະນາຍົກລັດຖະມົນຕີ
29/03/2016 10:22
(vovworld)- ຕອນເຊົ້າວັນທີ 29/3, ກອງປະຊຸມສະໄຫມສາມັນເທື່ອທີ 11 ສະພາແຫ່ງຊາດຫວຽດນາມຊຸດທີ 13

ທ່ານ ເຈີນຢູລີກ, ສະມາຊິກສະພາແຫ່ງຊາດ ນະຄອນໂຮ່ຈິມີນ ພາບ:baochinhphu (vovworld)- ຕອນເຊົ້າວັນທີ 29/3, ກອງປະຊຸມສະໄຫມສາມັນເທື່ອທີ 11 ສະພາແຫ່ງຊາດຫວຽດນາມຊຸດທີ 13 ໄດ້ປຶກສາຫາລືບົດລາຍງານຂອງປະທານປະເທດ, ລັດຖະບານ, ນາຍົກລັດຖະມົນຕີ, ຫົວຫນ້າສານປະຊາຊົນສູງສຸດ, ຫົວຫນ້າໄອຍະການປະຊາຊົນສູງສຸດ. ເມື່ອປຶກສາຫາລືກ່ຽວກັບບົດລາຍງານອາຍຸການຂອງປະທານປະເທດ, ມີສະມາຊິກສະພາແຫ່ງຊາດຫລາຍທ່ານໄດ້ຕີລາຄາວ່າ ໃນ 5 ປີຜ່ານມາ, ທ່ານປະທານປະເທດໄດ້ມີການປະກອບສ່ວນສຳຄັນຫລາຍຢ່າງໃນວິວັດການປະຕິຮູບຕຸລາການ, ໃນວຽກງານການຕ່າງປະເທດກໍຄືມີທັດສະນະຢ່າງແຮງໃນບັນຫາຄວາມສະຫງົບປອດໄພ, ການປົກປັກຮັກສາອະທິປະໄຕຂອງປະເທດຊາດ. ກ່ຽວກັບບົດລາຍງານຂອງລັດຖະບານ, ນາຍົກລັດຖະມົນຕີ, ທ່ານ ເຈີນຢູລີກ, ສະມາຊິກສະພາແຫ່ງຊາດ ນະຄອນໂຮ່ຈິມີນ ຖືວ່າ: “ລັດຖະບານມີ 3 ຈຸດພົ້ນເດັ່ນຄື: ທີຫນຶ່ງ ລັດຖະບານໄດ້ຢືດໝັ້ນ 3 ຄາດໝາຍ: ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຕ້ານໄພເງິນເຟີ້, ການເຕີບໂຕເໝາະສົມ, ແກ້ໄຂບັນຫາຮັບປະກັນຊີວິດສັງຄົມ. ທີສອງ, ຂ້າພະເຈົ້າຕີລາຄາສູງຄວາມມານະພະຍາຍາມໃນການບໍລິຫານກໍຄືການກໍ່ສ້າງຂອງລັດຖະບານ. ທີສາມ ຈຸດພົ້ນເດັ່ນຂອງລັດຖະບານໃນອາຍຸການຜ່ານມາ ນັ້ນແມ່ນເຈລະຈາສຳເລັດບັນດາສັນຍາສອງຝ່າຍລຸ້ນໃຫມ່, ຊ່ວຍຍົກສູງທີ່ຕັ້ງບົດບາດຂອງປະເທດຊາດໃນເວທີສາກົນ.”
TAG
vovworld/ປະກອບສ່ວນສຳຄັນ
Related






