ສະພາແຫ່ງຊາດປຶກສາຫາລືບຸກຄະລາກອນຂອງສະພາແຫ່ງຊາດແລະຮ່າງກົດໝາຍບາງສະບັບ
16/11/2013 09:10
(vovworld) – ວັນທີ 16/11, ສະພາແຫ່ງຊາດປຶກສາຫາລືບຸກຄະລາກອນຂອງສະພາແຫ່ງຊາດແລະຮ່າງກົດໝາຍບາງສະບັບ.

ພາບປະກອບ (vovworld) – ວັນທີ 16/11, ສະພາແຫ່ງຊາດປຶກສາຫາລືບຸກຄະລາກອນຂອງສະພາແຫ່ງຊາດແລະຮ່າງກົດໝາຍບາງສະບັບ. ດ້ວຍບັດສະໜັບສະໜູນສ່ວນຫຼາຍ, ສະພາແຫ່ງຊາດໄດ້ປ່ອນບັດເລືອກຕັ້ງບາງຕຳແໜ່ງຄື: ກຳມະການຄະນະປະຈຳສະພາແຫ່ງຊາດ, ຮອງປະທານສະພາຊົນເຜົ່າຂອງສະພາແຫ່ງຊາດ, ຮອງຫົວໜ້າກຳມາທິການກົດໝາຍຂອງສະພາແຫ່ງຊາດ, ຮອງຫົວໜ້າກຳມາທິການວັດທະນະທຳຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນຂອງສະພາແຫ່ງຊາດ, ຮອງຫົວໜ້າກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ, ຮອງຫົວໜ້າກຳມາທິການພົວພັນຕ່າງປະເທດຂອງສະພາແຫ່ງຊາດ. ກໍ່ໃນວັນທີ 16/11, ສະພາແຫ່ງຊາດໄດ້ຮັບຟັງໃບສະເໜີ ແລະ ບົດລາຍງານກວດກາກ່ຽວກັບຮ່າງກົດໝາຍວ່າດ້ວຍການລົງທຶນຂອງລັດ. ໃບສະເໜີຂອງລັດຖະບານຢັ້ງຢືນຢ່າງຈະແຈ້ງຄວາມຈຳເປັນຕ້ອງປະກາດໃຊ້ກົດໝາຍວ່າດ້ວຍການລົງທຶນຂອງລັດເພື່ອສ້າງພື້ນຖານດ້ານນິຕິກຳຢ່າງຄົບຊຸດ, ເປັນເອກະພາບ, ແກ້ໄຂສະພາບການລົງທຶນບໍ່ມີຈຸດສຸມ, ຟຸມເຟືອຍ, ປະກອບສ່ວນຍົກສູງປະສິດທິຜົນແຫ່ງການລົງທຶນຂອງລັດຖືກກັບຈຸດໝາຍ, ກຳນົດທິດຍຸດທະສາດ, ແຜນພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ທ່ານ ຫງວຽນວັນເຢົ່າ, ກຳມະການຄະນະປະຈຳສະພາແຫ່ງຊາດ, ຫົວໜ້າກຳມາທິການເສດຖະກິດຂອງສະພາແຫ່ງຊາດໄດ້ສະເໜີບົດລາຍງານກວດກາກ່ຽວກັບຮ່າງກົດໝາຍວ່າດ້ວຍການລົງທຶນແຫ່ງລັດ, ຊີ້ແຈ້ງວ່າ:
TAG
vovworld/vov/ສະພາແຫ່ງຊາດ/ບາງຕຳແໜ່ງ
Related





