ສະພາແຫ່ງຊາດປຶກສາຫາລືກ່ຽວກັບວຽກງານປ້ອງກັນເຫດ,ຕ້ານການລະເມີດກົດໝາຍແລະອາດຊະຍາກຳ
25/10/2014 08:35
(vovworld)- , ທີ່ວາລະປະຊຸມຂອງກອງປະຊຸມສະໄຫມສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ໃນວັນທີ 25/10
ທ່ານ ເຈີນດ໋າຍກວາງ, ລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ພາບ:chinhphu.vn (vovworld)- , ທີ່ວາລະປະຊຸມຂອງກອງປະຊຸມສະໄຫມສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ໃນວັນທີ 25/10, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ຮັບຟັງທ່ານ ເຈີນດ໋າຍກວາງ, ລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ສະເຫນີບົດລາຍງານ ວຽກງານປ້ອງກັນເຫດ, ຕ້ານການລະເມີດກົດໝາຍ ແລະ ອາດຊະຍາກຳ; ທ່ານ ຫງວຽນຮ່ວາບີງ, ຫົວຫນ້າໄອຍະການປະຊາຊົນສູງສຸດ ລາຍງານວຽກງານຂອງໄອຍະການປະຊາຊົນສູງສຸດ, ທ່ານ ເຈືອງຮ່ວາບີງ, ປະທານສານປະຊາຊົນສູງສຸດ ສະເຫນີບົດລາຍງານວຽກງານຂອງສານປະຊາຊົນສູງສຸດ. ທ່ານ ຮ່າຮຸ່ງເກືອງ, ລັດຖະມົນຕີກະຊວງຍຸຕິທຳ ສະເຫນີບົດລາຍງານກ່ຽວກັບວຽກງານປະຕິບັດຄຳຕັດສິນຂອງສານ. ພາຍຫລັງຮັບຟັງບັນດາບົດລາຍງານ, ກຳມາທິການຍຸຕິທຳຂອງສະພາແຫ່ງຊາດຕີລາຄາວ່າ: ໃນປີ 2014, ລັດຖະບານ, ໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ສືບຕໍ່ພະຍາຍາມຫລາຍຢ່າງເພື່ອຜ່ານຜ່າຄວາມຫຍຸ້ງຍາກ ປະຕິບັດບົດບາດຫນ້າທີ່ຢ່າງມີປະສິດທິຜົນ, ສຳເລັດເກືອບທັງໝົດບັນດາຄາດໝາຍ, ປະກອບສ່ວນພັດທະນາເສດຖະກິດສັງຄົມຂອງປະເທດຊາດ. ເຖິງຢ່າງໃດກໍຕາມ, ການລະເມີດກົດໝາຍ ແລະ ອາດຊະຍາກຳໃນບາງຂົງເຂດສືບຕໍ່ຜັນແປໄປຢ່າງສັບສົນ. ທີ່ວາລະປຶກສາຫາລື, ບັນດາ ສສຊ ເຫັນດີກັບບັນດາບົດລາຍງານຂອງລັດຖະບານ ກ່ຽວກັບວຽກງານປ້ອງກັນເຫດ, ຕ້ານການລະເມີດກົດໝາຍ ແລະ ອາຊະຍາກຳ, ກ່ຽວກັບວຽກງານຂອງຫົວຫນ້າໄອຍະການກໍຄືປະທານສານປະຊາຊົນສູງສຸດ ແລະ ບົດລາຍງານວຽກງານປະຕິບັດຄຳຕັດສິນຂອງສານ
TAG
vovworld/
Related






