ຊະອຸດີ ອາຣາເບຍ ໂຈະການຈັດງານມະຫາກຳກິລາລະດູໜາວ ອາຊີ
26/01/2026 09:11
(VOVWORLD) - ໃນແຈ້ງການວັນທີ 24 ມັງກອນ, OCA ໃຫ້ຮູ້ວ່າ 2 ອົງການເຫັນດີອັບເດັດແຜນການຈັດງານມະຫາກຳກິລາລະດູໜາວໃນໄລຍະຈະມາເຖິງ.

ຄະນະກຳມະການ Olympic ຊະອຸດີ ອາຣາເບຍ ແລະ ສະພາ Olympic ອາຊີ (OCA) ຫາກໍ່ເຫັນດີໂຈະການຈັດງານມະຫາກຳກິລາລະດູໜາວ ອາຊີ ຄັ້ງທີ 10 ໂດຍບໍ່ກຳນົດເວລາ, ເຊິ່ງເຄີຍໄດ້ຂຶ້ນແຜນຈັດຂຶ້ນໃນປີ 2029 ຢູ່ປະເທດ ອາຣັບ ແລະ ເຂດອ່າວ. ໃນແຈ້ງການວັນທີ 24 ມັງກອນ, OCA ໃຫ້ຮູ້ວ່າ 2 ອົງການເຫັນດີອັບເດັດແຜນການຈັດງານມະຫາກຳກິລາລະດູໜາວໃນໄລຍະຈະມາເຖິງ. ຕາມນັ້ນແລ້ວ, ງານມະຫາກຳກິລານີ້ຈະຈັດໃນຈຸດເວລາອື່ນ ແລະ ຂໍ້ມູນລະອຽດຈະໄດ້ແຈ້ງຕາມຫຼັງ. ເຖິງຢ່າງໃດກໍ່ຕາມ, ແຈ້ງການບໍ່ໄດ້ແຈ້ງສາຍເຫດໃຫ້ຂໍ້ຕົກລົງດັ່ງກ່າວ. ແທນທີ່ນັ້ນ, ຄາດວ່າ ຊະອຸດີ ອາຣາເບຍ ຈະເປັນເຈົ້າພາບຈັດບັນດາເຫດການກິລາລະດູໜາວສະເພາະໃນຊຸມປີຈະມາເຖິງ.
TAG
VOV/VOVworld/ແຜນການ/ມະຫາກຳ/ກິລາ/ລະດູໜາວ
Related
More




