ສັນຕະປະປາ Benedict XVI ຢ້ຽມຢາມປະເທດກູບາ
28/03/2012 08:10
ການຢ້ຽມຢາມກູບາເປັນຄັ້ງທຳອິດຂອງຜູ້ນຳສຳນັກ Vatican ນັບແຕ່ເມື່ອການຢ້ຽມຢາມຂອງສັນຕະປະປາ John Paul II ກ່ອນນີ້ 14 ປີ

ສັນຕະປະປາ Benedic XVI ຢູ່ກູບາ ພາບ: internet (vovworld) - ວັນທີ 28/3 ຕາມເວລາທ້ອງຖິ່ນ, ສັນຕະປະປາ Benedic XVI ເດີນທາງຢ້ຽມຢາມນະຄອນຫລວງ ລາຮາວານ ປະເທດກູບາ ພາຍຫລັງສິ້ນສຸດການຢ້ຽມຢາມນະຄອນ Santiago de Cuba. ນີ້ແມ່ນການຢ້ຽມຢາມກູບາເປັນຄັ້ງທຳອິດຂອງຜູ້ນຳສຳນັກ Vatican ນັບແຕ່ເມື່ອການຢ້ຽມຢາມຂອງສັນຕະປະປາ John Paul II ກ່ອນນີ້ 14 ປີ. ຄາດວ່າ ສັນຕະປະປາ Benedic XVI ຈະມີການພົບປະກັບປະທານປະເທດ ກູບາ Raul Castro ຢ່າງເປັນທາງການ ແລະ ຈະມີການບັນລະຍາຍຢູ່ສະຫນາມຫລວງປະຕິວັດ Hose Marti ຢູ່ ນະຄອນຫລວງ ລາຮາວານ./. ນັກຂ່າວ vov ປະຈຳອາເມລິກາ
TAG
ກູບາ
Related





